ພະແນກການສຶກສາຫຼັງປະລິນຍາຕີ

ຄະນະ​ອັກສອນສາດປະກອບດ້ວຍ 6 ພະ​ແນກ​ທີ່​ຂື້ນ​ກັບ​ສຳນັກ​ຄະນະບໍດີ ​ໂດຍມີໜ້າ​ທີ່​ເປັນ​ເສນາ​ທິການ​​ໃຫ້​ຄະນະ​ນຳ ຄະນະອັກສອນສາດ ຕາມ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ຂອງ​ອະ​ທິ​ການ​ບໍ​ດີ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ອັກ​ສອນ​ສາດ ສະບັບເລກ​ທີ 844/ມ​ຊ​.ຈ​ຕ, ລົງ​ວັນ​ທີ 28 ກຸມ​ພາ 2013. ພະ​ແນກການ​ສຶກສາ​ຫຼັງ​ປະລິນຍາ​ຕີ​ແມ່ນ​ຢູ່​ພາຍ​ໃຕ້​ການຊີ້​ນຳ - ​ນຳ​ພາຂອງ​ຮອງ​ຄະ​ນະ​ບໍ​ດີ​ ຜູ້​ຊີ້​ນຳ​ວຽກ​ງານ​ການ​ສຶກສາ​ຫຼັງ​ປະລິນຍາ​ຕີ​. ພະ​ແນ​ກການ​ສຶກ​ສາ​ຫລັງ​ປະລິນຍາ​ຕີ ມີໜ້າ​ທີ່​ໃນ​ການ​ບໍລິຫານຄຸ້ມ​ຄອງ ​ແລະ ​ຈັດ​ຕັ້ງ​ປະຕິບັດ​ຫຼັກສູດ​ໃນ​ລະດັບ​ຫຼັງ​ປະລິນຍາ​ຕີ​​ໃຫ້​ມີ​ປະສິດທິພາບ ​ແລະ​ ປະສິດທິ​ຜົນດີ ​ເພື່ອ​ຮັບປະກັນ​ການຈັດ​ຕັ້ງ​ ການ​ປະຕິບັດ​ຕາມມາດຕະຖານ​ຫຼັກສູດ​ແຫ່ງ​ຊາດ ​​ໃນ​ລະດັບ​ຫຼັງ​ປະລິນຍາ​ຕີຢ່າງ​ມີ​ປະ​ສິດ​ທິ​ພາບ ແລະ ​ປະ​ສິດ​ທິ​ຜົນ​ທີ່​ດີ.



ພະແນກການສຶກສາຫຼັງປະລິນຍາຕີ ຂຽນດ້ວຍອັກສອນຫຍໍ້ “ພຫຼປຕ” ເປັນກົງຈັກຄຸ້ມຄອງວຽກງານການສຶກສາ ຫຼັງປະລິນຍາຕີ ເປັນພະແນກບໍລິຫານໜຶ່ງເຊິ່ງນອນໃນກົງຈັກບໍລິຫານຂອງຄະນະອັກສອນສາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີ ຄະນະອັກສອນສາດ ໃນການຊີ້ນຳ, ນຳພາ, ຊຸກຍູ້, ສົ່ງເສີມການ​ຮຽນ - ການ​ສອນ​ໃນ​ລະ​ດັບ​ຫຼັງ​ປະ​ລິນ​ຍາ​ຕີ ແລະ​ ພັດ​ທະ​ນາ​ຫຼັກ​ສູດ​ຕ່າງໆຕາມ​ເງື່ອນ​ໄຂຂອງ​ພາກວິ​ຊາ​ພາຍ​ໃນ​ຄະ​ນະ​ອັກ​ສອນ​ສາດ  ເພື່ອກໍ່ສ້າງນັກວິຊາການດ້ານພາສາ - ວັດ​ທະ​ນະ​ທຳ​ລາວ, ພາ​ສາລາວ, ວັນນະຄະດີລາວ, ການສອນພາສາອັງກິດ - ພາສາຕ່າງປະເທດ, ພາສາອັງກິດ ສໍາລັບການສື່ສານ ແລະ ການບໍລິຫານ ແລະ ສາຂາອື່ນໆ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ - ສັງຄົມຂອງຊາດໃນແຕ່ລະໄລຍະ.


ກ.  ໜ້າທີ່ຂອງພະແນກການສຶກສາຫຼັງປະລິນຍາຕີ 


ຂ.  ຂອບເຂດສິດ


ຄ.     ພາລະກິດ / ກິດ​ຈະ​ກຳ

ແຜນວາດການຈັດຕັ້ງ ຂອງພະແນກການສຶກສາຫລັງປະລິນຍາຕີ

ກ. ໂຄງປະກອບກົງຈັກດ້ານບໍລິຫານ


ຂ.  ໂຄງປະກອບບຸກຄະລາກອນ

ພະແນກການສຶກສາຫຼັງປະລິນຍາຕີ ມີບຸກຄະລາກອນໃນຕໍາແໜ່ງຕ່າງໆ ທັງໝົດ ຈຳນວນ 17 ຕໍາແໜ່ງ: