ຫຼັກສູດສື່ສານມວນຊົນຂອງພາກວິຊາສື່ສານມວນຊົນ ເລັງໃສ່ໃຫ້ຜູ້ຮຽນມີຄວາມຮູ້ ຄວາມສາມາດໃນວິຊາຊີບ ສື່ສານມວນຊົນ ໂດຍສະເພາະຢ່າງຍິ່ງດ້ານທັກສະການສື່ສານ, ການຂ່າວ, ການຜະລິດລາຍການ, ການຜະລິດສື່ຕ່າງໆ ແລະ ອື່ນໆ; ຜະລິດບັນດິດໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນນະພາບ, ມີຈັນຍາບັນ ແລະ ມີທັກສະທີ່ກ່ຽວຂ້ອງກັບການປະກອບອາຊີບ, ເປັນທີ່ຍອມຮັບຂອງສັງຄົມ.


PLO1: ປະມວນທິດສະດີດ້ານພາສາເພື່ອການສື່ສານມວນຊົນ, ຫຼັກການສື່ສານ, ການຂ່າວ, ການຂຽນບົດ, ເຕັກນິກກ່ຽວກັບອຸປະກອນການຜະລິດສື່, ການຖ່າຍທໍາ-ຕັດຕໍ່ຮູບພາບແລະວີດີໂອ, ການອອກແບບສື່ສິ່ງພິມ, ການຜະລິດລາຍການວິທະຍຸ ແລະ ໂທລະພາບ, ການສ້າງສື່ໂຄສະນາ-ປະຊາສໍາພັນ, ການເປັນໂຄສົກ ແລະ ພິທີກອນ.

PLO2: ເຊື່ອມໂຍງທິດສະດີ ແລະ ຫຼັກການດ້ານພາສາເພື່ອການສື່ສານມວນຊົນ, ຫຼັກການສື່ສານ, ແລະ ເຕັກນິກດ້ານໂປແກມ-ອຸປະກອນ ເຂົ້າໃນການປະຕິບັດວຽກງານຕົວຈິງດ້ານການສື່ສານມວນຊົນ.

2) ດ້ານທັກສະ: 

PLO3: ນໍາໃຊ້ໂປແກມຄອມພິວເຕີ, ເຕັກໂນໂລຊີອິນເຕີເນັດ ເຂົ້າໃນການເຮັດວຽກຕິດຕໍ່ສື່ສານ, ຄົ້ນຂໍ້ມູນອອນລາຍ, ສົ່ງຕໍ່ ແລະ ເຜີຍແຜ່ຂ່າວສານແບບອອນລາຍ.

PLO4: ອອກແບບບົດເວົ້າໃນກາລະໂອກາດຕ່າງໆ, ວິທີການນໍາສະເໜີຂໍ້ມູນຂ່າວສານ ແລະ ຜະລິດຕະພັນສື່ມວນຊົນ.

3) ດ້ານການນໍາໃຊ້: 

PLO5: ປະຍຸກໃຊ້ທິດສະດີການສື່ສານ ແລະ ການສື່ສານມວນຊົນ, ການໃຊ້ພາສາ, ການຂຽນຂ່າວ, ການຂຽນບົດຄວາມ, ບົດສໍາພາດ, ບົດສາລະຄະດີ, ບົດໂຄສະນາ-ປະຊາສໍາພັນ, ການບັນນາທິການ ແລະ ຄວາມຮູ້ດ້ານເຕັກນິກການນໍາໃຊ້ອຸປະກອນຜະລິດສື່.

PLO6: ສ້າງສັນຜະລິດຕະພັນການສື່ສານ ແລະ ຜະລິດຕະພັນສື່ມວນຊົນ ການເປັນໂຄສົກ ແລະ ພິທີກອນ, ຮູບຖ່າຍ, ວີດີໂອ, ລາຍການວິທະຍຸ-ໂທລະພາບ, ໂຄສະນາແບບສຽງ, ໂຄສະນາແບບວີດີໂອ, ແຜ່ນພັບ, ວາລະສານ ແລະ ໜັງສືພິມ.

PLO7: ປະເມີນຄ່າຂອງຜົນງານການສື່ສານ ແລະ ການສື່ສານມວນຊົນ ເຊັ່ນ ຂ່າວ, ບົດຄວາມ, ບົດສໍາພາດ, ບົດສາລະຄະດີ, ໂຄສະນາ-ປະຊາສໍາພັນ, ຮູບຖ່າຍ, ຜົນງານການຖ່າຍທໍາວີດີໂອ, ລາຍການວິທະຍຸ ແລະ ໂທລະພາບ.

4) ທັກສະທາງສັງຄົມ: 

PLO8: ປະຕິບັດໜ້າທີ່ນັກສື່ສານມວນຊົນດ້ວຍຄວາມສາມັກຄີກັບຜູ້ອື່ນ ໂດຍຄໍານຶງເຖິງຄວາມເປັນແບບຢ່າງດ້ານການໃຊ້ພາສາ ແລະ ວັດທະນະທໍາຂອງຊາດ, ຮັກສາສິ່ງແວດລ້ອມ, ມີຄວາມຮັບຜິດຊອບສູງ, ມີຈັນຍາບັນຈັນຍາທຳທາງດ້ານວິຊາຊີບ ແລະ ມີພາວະການເປັນຜູ້ນຳ.

 PLO9: ດໍາເນີນການຮຽນຮູ້ຕະຫຼອດຊີວິດ, ແບ່ງປັນຄວາມຮູ້ແລະປະສົບການ, ໃຫ້ຄຳປຶກສາດ້ານການຜະລິດຂ່າວ ແລະ ການສ້າງຜະລິດຕະພັນສື່ມວນຊົນແກ່ບັນດາຜູ້ຜະລິດສື່ໃນສັງຄົມ