ພະແນກຄຸ້ມຄອງນັກສຶກສາ

ຄວາມເປັນມາ

ນັບແຕ່ສ້າງຕັ້ງຄະນະອັກສອນສາດ ເບື້ອງຕົ້ນໃສ່ຊື່ວ່າ ພະແນກກິດຈະກຳນັກສຶກສາ ແລະ ບໍລິຫານວິຊາການ ມາຮອດປີ 2000 ໄດ້ປ່ຽນມາເປັນ ພະແນກຄຸ້ມຄອງນັກສຶກສາ, ຖືກສ້າງ ແລະ ກໍານົດພາລະບົດບາດໃຫ້ເປັນເສນາທິການໃຫ້ແກ່ຄະນະອັກສອນສາດ ມີໜ້າທີ່ຫຼັກໃນການປະສານງານພົວພັນກັບຫ້ອງຫານຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ແລະ ປະຕິບັດໜ້າທີ່ຕາມພາລະບົດບາດຂອງວຽກງານນອກຫຼັກສູດຂອງລະບົບປະລິນຍາຕີ: ລະບົບກໍ່ສ້າງ, ລະບົບຕໍ່ເນື່ອງ, ພາກວິຊາ, ພະແນກວິຊາ ແລະ ໜ່ວຍວິຊາພາຍໃນຄະນະອັກສອນສາດ. 

ຈຸດປະສົງ 

ທີ່ຕັ້ງ ແລະພາລະບົດບາດ

ພະແນກຄຸ້ມຄອງນັກສຶກສາ ຂຽນຕົວຫຍໍ້ດ້ວຍຕົວອັກສອນ ພຄນ ເປັນໜຶ່ງໃນ 6 ພະແນກເສນາທິການໃນສັງກັດສຳນັກງານຄະນະບໍດີ ຄະນະອັກສອນສາດ; ເປັນເສນາທິການໃຫ້ແກ່ຄະນະນໍາ ໃນການຄຸ້ມຄອງນັກສຶກສາ ບົນພື້ນຖານການສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນທາດການເມືອງ, ມີຈັນຍາບັນ, ມີຄວາມຮູ້, ຄວາມສາມາດ ແລະ ມີການພັດທະນາທາງດ້ານຮ່າງກາຍ, ສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນ. ປະຕິບັດໜ້າທີ່ຄຸ້ມຄອງ, ດູແລນັກສຶກສາຕາມລະບຽບວິໄນຂອງມະຫາວິທະຍາໄລແຫ່ງຊາດ ແລະ ກົດໝາຍຂອງລັດໃນການເຄື່ອນໄຫວໃຕ້ສາຍຄາມມະຫາວິທະຍາໄລ, ການຮຽນຢູ່ໃນຫ້ອງຮຽນ, ສົ່ງເສີມການເຄື່ອນໄຫວນອກຫຼັກສູດໂດຍສະເພາະການຈັດກິດຈະກຳຕ່າງໆ ເຊັ່ນ ກິດຈະກໍາກະລາກາຍະກໍາ, ສິລະປະວັນນະຄະດີ, ກິດຈະກໍາວັດທະນະທໍາສັງຄົມ ແລະ ອື່ນໆ.  

ໜ້າທີ່ ແລະ ພາລະກິດ, ກິດຈະກຳຂອງພະແນກ

ກ. ໜ້າທີ

1) ວາງແຜນ, ຈັດຕັ້ງປະຕິບັດ, ປະເມີນຜົນ ວຽກຄຸ້ມຄອງນັກສຶກສາ ແລະ ລາຍງານຕໍ່ຄະນະບໍດີ

2) ຄົ້ນຄວ້າ ແລະ ນໍາສະເໜີປັບປຸງກົດລະບຽບຂອງນັກສຶກສາ. 

3) ເຮັດບົດສະຫຼຸບລາຍງານປະຈໍາເດືອນ, ປະຈໍາປີສົ່ງໃຫ້ຫ້ອງການຄຸ້ມຄອງນັກສຶກສາ ມຊ ແລະ ຄະນະວິຊາ. 

4) ຄຸ້ມຄອງການປະພຶດ, ສຶກສາອົບຮົມ ແລະ ປະເມີນຄຸນສົມບັດຂອງນັກສຶກສາປະຈໍາພາກຮຽນ ແລະ ປະຈໍາປີແລ້ວລາຍງານຕໍ່ຄະນະບໍດີ. 

5) ສ້າງປະຕິທິການເຄື່ອນໄຫວກິດຈະກໍາຂອງນັກສຶກສາປະຈໍາພາກຮຽນ, ປະຈໍາປີ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. 

6) ຮັບຜິດຊອບວຽກງານສະຫວັດດີການນັກສຶກສາ ແລະ ທຶນການສຶກສາຂອງນັກສຶກສາ. 

7) ຮັບຜິດຊອບວຽກປະຖົມນິເທດນັກສຶກສາໃນແຕ່ລະສົກຮຽນ.

8) ເກັບກໍາສະຖິຕິນັກສຶກສາ. 

9) ຕິດຕາມລາຍຮັບ-ລາຍຈ່າຍເງິນກິດຈະກໍາ, ເງິນສະຫວັດດີການ ແລະ ເງິນອື່ນໆຂອງພະແນກ. 

10) ຕິດຕາມວຽກງານສະຫວັດດີການ ແລະ ທຶນການສຶກສາ. 

11) ປະສານກັບພາກວິຊາ, ພະແນກວິຊາການທີ່ກ່ຽວຂ້ອງວຽກຄຸ້ມຄອງນັກສຶກສາໃຫ້ເປັນເອກະພາບ. 

12) ສົມທົບກັບ 3 ອົງການຈັດຕັ້ງມະຫາຊົນ ປະຕິບັດວຽກກ່ຽວກັບວຽກຄຸ້ມຄອງ ແລະ ວຽກກິດຈະກໍາຂອງນັກສຶກສາ ເພື່ອດໍາເນີນວຽກງານໄປຕາມເປົ້າໝາຍດຽວກັນ. 

13) ເປັນຄະນະກໍາມະການບໍລິຫານ ຄອສ ຕາມຂໍ້ຕົກລົງ. 

14) ຄົ້ນຄວ້າ ແລະ ນໍາສະເໝີປັບປຸງກົດລະບຽບຂອງນັກສຶກສາ. 

15) ຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃນເອກະສານທີ່ກ່ຽວຂ້ອງກັບພະແນກໃຫ້ຄະນະນໍາຜູ້ຊີ້ນຊາວຽກງານຄຸ້ມຄອງນັກສຶກສາ ຄອສ. 

16) ຄົ້ນຄວ້າ ແລະ ສະເໜີປະຕິບັດນະໂຍບາຍຕໍ່ນັກສຶກສາ. 

17) ປະຕິບັດໜ້າວຽກອື່ນໆຕາມການມອບໝາຍຂອງຄະນະບໍດີ. 

ຂ. ກິດຈະກໍາຂອງພະແນກ. 

1) ຈັດຕັ້ງປະຖົມນິເທດແກ່ນັກສຶກສາໃໝ່ ແລະ ໃຫ້ຄຳປຶກສາ. 

2) ຈັດງານແຂ່ງຂັນສິລະປະວັນນະຄະດີ, ງານແຂ່ງຂັນກິລາປະຈໍາປີຂອງ ຄອສ. ຝຶກຊ້ອມເພື່ອກຽມເຂົ້າຮ່ວມການແຂ່ງຂັນລະດັັບມະຫາວິທະຍາໄລແຫ່ງຊາດ. 

3) ຈັດເທສະການວັດທະນະທຳນາໆຊາດ ປະຈໍາປີ ຂອງ ຄອສ. 

4) ປະສານກັບຜູ້ປົກຄອງ ແລະ ຄູທີ່ປຶກສາເພື່ອແກ້ໄຂບັນຫາພຶດຕິກໍາຂອງນັກສຶກສາ. 

5) ປະເມີນຜົນໃນການປະຕິບັດລະບຽບວິໄນຂອງນັກສຶກສາ ແລະ ລາຍງານຕໍ່ຄະນະບໍດີກ່ຽວກັບວຽກງານຄຸ້ມຄອງນັກສຶກສາ. 

6) ປຸກລະດົມການບໍລິຈາກເລືອດ. 

7) ສົມທົບກັບພາກວິຊາ, ພະແນກວິຊາ, ໜ່ວຍວິຊາ ຈັດຕັ້ງກວດກາການປະຕິບັດລະບຽບການນຸ່ງຖື, ຊົງຜົມ ແລະ ອື່ນໆຂອງນັກສຶກສາ. 

8) ເຂົ້າຮ່ວມກິດຈະກໍາຕ່າງໆທີ່ທາງຂັ້ນເທິງຈັດຂື້ນ ແລະ ແຈ້ງການເຂົ້າປະກອບສ່ວນ. 

9) ຈັດກິດຈະກໍາອື່ນໆທີ່ຄະນະວິຊາມອບໝາຍ. 

ໂຄງປະກອບການຈັດຕັ້ງ

ທ່ານ ສິງຄໍາ ພອນສະຫວັນ ຫົວໜ້າພະແນກ

ທ່ານ ຊອ. ນ. ຈິດຕະສາວອນ ພົມມະໄຊ ຮອງຫົວໜ້າພະແນກ