ພະແນກວິຊາການ

1. ຄວາມເປັນມາຂອງພະແນກ

ຄະນະອັກສອນສາດແມ່ນຄະນະໜຶ່ງໃນມະຫາວິທະຍາໄລແຫ່ງຊາດ. ເຊິ່ງສໍານັກຄະນະບໍດີປະກອບດ້ວຍ 6 ພະແນກ. ພະແນກ ວິຊາການແມ່ນເປັນພະແນກເສນາທິການພະແນກໜຶ່ງໃນຄະນະອັກສອນສາດຕາມຂໍ້ຕົກລົງການແຕ່ງຕັ້ງຂອງອະທິການບໍດີວ່າດ້ວຍ ການແຕ່ງຕັ້ງ ແລະເຄື່ອນໄຫວຂອງຄະນະອັກສອນສາດ ເລກທີ 844/ມຊ.ຈຕ, ລົງວັນທີ 28 ກຸມພາ 2013. ພະແນກນີ້ແມ່ນຢູ່ ພາຍໃຕ້ການຊີ້ນໍານໍາພາຂອງຮອງຄະນະບໍດີຝ່າຍວິຊາການ. ພະແນກວິຊາການມີໜ້າທີ່ຫຼັກໃນການປະຕິບັດໜ້າທີ່ບໍລິຫານວິຊາການໃຫ້ກັບຫຼັກສູດປະລິນຍາຕີທັງລະບົບກໍ່ສ້າງ, ລະບົບຕໍ່ເນື່ອງ, ແລະ ບໍາລຸງຂອງທາງພາກ, ພະແນກ ແລະໜ່ວຍວິຊາໃນຄະນະອັກສອນສາດ.

2.  ຈຸດປະສົງຂອງພະແນກ 

§ ເປັນເສນາທິການແກ່ຄະນະນໍາຄະນະອັກສອນສາດໂດຍສະເພາະທ່ານຮອງຄະນະບໍດີຝ່າຍວິຊາການ. 

§  ເປັນຜູ້ປະສານງານລະຫວ່າງຄະນະວິຊາກັບທາງຫ້ອງການວິຊາການ ຫຼື ພາກສວ່ນອື່ນຂອງມະຫາວິທະຍາໄລແຫ່ງຊາດ ກ່ຽວກັບວຽກທີ່ກ່ຽວຂ້ອງທາງດ້ານວິຊາການຂອງປະລິນຍາຕີທຸກລະບົບ. 

§  ເປັນຜູ້ປະສານງານລະຫວ່າງທາງຫ້ອງການວິຊາການພາກສວ່ນອື່ນຂອງມະຫາວິທະຍາໄລແຫ່ງຊາດກັບພາກ, ພະແນກ ແລະໜ່ວຍວິຊາກ່ຽວກັບວຽກທີ່ກ່ຽວຂ້ອງທາງດ້ານວິຊາການຂອງປະລິນຍາຕີທຸກລະບົບ. 

§  ເປັນຜູ້ວາງແຜນລວມໃຫ້ແກ່ຄະນະວິຊາເພື່ອໃຫ້ມີການດໍາເນີນການບໍລິຫານທາງດ້ານວິຊາການຢ່າງມີປະສິດທິພາບ. 

§ ເປັນຜູ້ບໍລິຫານ ແລະຄຸ້ມຄອງການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານວິຊາການຂອງປະລິນຍາຕີທຸກລະບົບ. 

3.  ທີ່ຕັ້ງ ແລະ ພາລະບົດບາດຂອງພະແນກ 

ພະແນກວິຊາການ ຂຽນດ້ວຍຕົວອັກສອນຫຍໍ້ “ພ.ວກ” ເປັນກົງຈັກຄຸ້ມຄອງວິຊາການ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງຄະນະອັກສອນສາດເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີໃນການຊີ້ນໍາ, ນໍາພາ, ຊຸກຍູ້ ແລະສົ່ງເສີມ ວຽກງານການຮຽນ-ການສອນ ແລະການຄົ້ນຄວ້າດ້ານພາສາ, ວັດທະນະທໍາ ແລະການສື່ສານມວນຊົນເພື່ອກໍ່ສ້າງນັກວິຊາການ ແລະນັກຄົ້ນຄວ້າວິທະຍາສາດທາງດ້ານພາສາ, ວັດທະນະທໍາ ແລະການສື່ສານມວນຊົນແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ. 

ກ. ໜ້າທີ່ຕົ້ນຕໍຂອງພະແນກ 

1. ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄໍາສັ່ງ, ກົດໝາຍ, ທິດທາງແຜນການ ແລະຍຸດທະ ສາດ ຕ່າງໆເພື່ອສ້າງເປັນແຜນພັດທະນາວຽກງານວິຊາການຂອງພະແນກກໍ່ຄືຂອງຄະນະວິຊາ. 

2. ສ້າງ ແລະ ປັບປຸງບັນດານິຕິກໍາ ແລະ ມາດຕະຖານຕ່າງໆທີ່ກ່ຽວຂ້ອງກັບວຽກງານວິຊາການເພື່ອເປັນເຄື່ອງມືໃນ ການ ບໍລິຫານ ແລະຄຸ:ມຄອງພະແນກ ແລະ ໜ່ວຍວິຊາ. 

3. ຄົ້ນຄວ້າ ແລະກໍານົດການຈັດຮູບແບບການຮຽນ-ການສອນ, ການສອບເສັງ ແລະການອອກຫົວບົດສອບເສັງຈົບ ຊັ້ນ ພາຍໃນຄະນະວິຊາໃຫ:ເປັນເອກະພາບ ແລະເປັນລະບົບ. 

4. ຕິດຕາມ ແລະສ້າງຖານຂໍ້ມູນເຂົ້າ-ອອກຂອງນັກສຶກສາ. 

5. ສົ່ງເສີມ ແລະຄູ:ມຄອງການຮຽນ-ການສອນ ແລະ ການຈັດຕັ້ງປະຕິບັດຫຼັກສູດຂອງບັນດາໜ່ວຍງານ, ພາກ, ພະແນກ ແລະໜ່ວຍວິຊາໃຫ:ໄປຕາມນິຕິກໍາຂອງ ມຊ, ມາດຕະຖານຫຼັກສູດ ແລະຂອບວຸດທິການສຶກສາແຫ0ງຊາດ. 

6. ສົ່ງເສີມ ແລະຊີ້ນໍາການສ້າງ ແລະ ພັດທະນາຫຼັກສູດ, ປຶ້ມຕໍາລາ ແລະ ສື່ການຮຽນ-ການສອນອື່ນໆເພື່ອຮັບໃຊ:ວຽກ ງານການຮຽນ-ການສອນພາຍໃນຄະນະອັກສອນສາດ. 

7. ຊຸກຍູ້ການຮຽນ-ການສອນ ແລະການຄົ້ນຄວ້າວິໄຈ ດ້ານພາສາ, ວັດທະນາທໍາ ແລະ ສື່ສານມວນຊົນພາຍໃນຄະນະ ອັກສອນສາດ.

 8. ຕິດຕາມ ແລະ ປະເມີນຜົນການຮຽນ-ການສອນຂອງຄະນະວິຊາກໍ່ຄືພາກ, ພະແນກ ແລະໜ່ວຍວິຊາຕ່າງໆໃຫ:ເປັນ ປົກກະຕິ.

 9. ດໍາເນີນການປະກັນຄຸນນະພາບພາຍໃນຄະນະວິຊາໃຫ:ເປັນປົກກະຕິເພື່ອນໍາໄປສູ່ການປະເມີນຫຼັກສູດໃນຂັ້ນຕໍ່ໄປ.

10.ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະບໍດີ.

ຂ. ພາລະກິດ 

1. ສະເໜີແຜນການ ແລະ ແຜນງົບປະມານເພື່ອພັດທະນາວຽກງານວິຊາການຂອງຄະນະວິຊາ. 

2. ສະເໜີຄະນະບໍດີພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼືຍົກເລີກບັນດານິຕິກໍາ, ຂໍ້ຕົກລົງ, ຂໍ້ກໍານົດ ແລະ ເອກະສານ ອື່ນໆຂອງພະແນກທີ່ເຫັນວ່າບໍ່ແທດເໝາະ ແລະສອດຄ່ອງວິຊາການ. 

3.  ສະເໜີຄະນະບໍດີພິຈາລະນາ, ອະນຸມັດ, ປັບປຸງ, ສ້າງ ຫຼືຍົກເລີກບັນດາໜ່ວຍງານ ແລະ ໜ້າວຽກພາຍໃນພະແນກ. 

4. ສະເໜີຄະນະບໍດີພິຈາລະນາແຕ່ງຕັ້ງ, ຊັບຊ້ອນ ຫຼື ຍົກຍ້າຍພະນັກງານພາຍໃນພະແນກຕາມລະບຽບກົດໝາຍ. 

5.  ນໍາໃຊ້ງົບປະມານວັດຖຸ-ຊັບສິນ ແລະທຶນປະເພດຕ່າງໆຕາມການອະນຸມັດຂອງຄະນະບໍດີ. 

6.  ປະຕິບັດໂຄງການຊ່ວຍເຫຼືອ ແລະໂຄງການຮ່ວມມືຕ່າງໆທີ່ກ່ຽວຂ້ອງກັບວິຊາການຕາມການອະນຸມັດຂອງຄະນະບໍດີ. 

7.  ະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະບໍດີ. 

ຄ. ກິດຈະກໍາຂອງພະແນກ

2.  ສ້າງ, ປັບປຸງ ຫຼືຍົກເລີກບັນດານິຕິກໍາຕ່າງໆ ທີ່ບໍ່ສອດຄອງ ເພື່ອຄຸ້ມຄອງວຽກງານວິຊາການ. 

 3.  ສ້າງຕັ້ງ ຫຼືຍົກເລີກບັນດາຫົວໜ່ວຍການຈັດຕັ້ງພາຍໃນພະແນກຂອງຕົນເພື່ອນໍາສະເໜີຄະນະບໍດີພິຈາລະນາອະນຸມັດ. 

4. ຄົ້ນຄວ້າການແຕ່ງຕັ້ງ, ຍົກຍ້າຍຜູ:ບໍລິຫານ,ສັບຊ້ອນພະນັກງານວິຊາການທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກເພື່ອ ນໍາສະ ເໜີຄະນະບໍດີພິຈາລະນາອະນຸມັດຕາມລະບຽບກົດໝາຍ.

 5.  ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງການຮຽນ-ການສອນ, ການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ຢູ່ໃນຄະນະອັກສອນສາດ. 

6.  ສ້າງແຜນ ແລະຈັດຕັ້ງປະຕິບັດການນໍາໃຊ້ງົບປະມານ, ກອງທຶນ, ທຶນຊ່ວຍເຫຼືອ ປະເພດຕ່າງໆຕາມການອະນຸມັດ ຂອງຄະນະບໍດີ. 

7.  ປົກປ:ອງ ແລະຄຸ:ມຄອງບຸກຄະລາກອນ, ຊັບສິນ, ລິຂະສິດທາງດ້ານວິຊາການທີ່ເປັນຂອງຄະນະວິຊາ. 

8.  ຄຸມຄອງເອກະສານຂາເຂົ້າ, ຂາອອກ ແລະ ເອກະສານທາງການຂອງພະແນກ. 

9.  ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນພະແນກ. 

10.  ສ້າງໃຫ້ບຸກຄະລາກອນມີຄວາມຮັບຜິດຊອບ ແລະດໍາເນີນວຽກງານຢ່າງດີມີຫົວຄິດປະດິດສ້າງ ເພື່ອການດໍາເນີນວຽກ ງານຢ່າງມີປະສິດທິພາບ. 

11. ປະສານສົມທົບ ແລະເຂົ້າຮ່ວມວຽກງານວິຊາການກັບພາກສ່ວນອື່ນໆທັງພາຍໃນ ແລະພາຍນອກເພື່ອປະຕິບັດວຽກງານ ຂອງພະແນກໃຫ້ສໍາເລັດ. 

12. ປະຕິບັດວຽກງານອື່ນໆ ຕາມການຈັດຕັ້ງມອບໝາຍໃຫ້

3.  ພະນັກງານພະແນກວິຊາການ

ອຈ ປອ ນ. ລັດຊະນີພອນ ສຸລິຍະວົງ ຫົວໜ້າພະແນກວິຊາການ

ອຈ. ສອນໄຊ ຈັນບົວລະພາ ຮອງຫົວໜ້າພະແນກວິຊາການ

ນ. ພອນ ສີມະວົງ ວິຊາການ

ຊອ ສອນເພັດ ຄັນທະວົງ ວິຊາການ

ຊອ ນ. ວັນພອນ ພາມີ ວິຊາການ