ພາກວິຊາພາສາອັງກິດ
ຄວາມເປັນມາ
ພາກວິຊາພາສາອັງກິດເປັນພາກວິຊາໜຶ່ງທີ່ມີຄວາມເກົ່າແກ່ຖ້າທຽບໃສ່ບັນດາພາກວິຊາທີ່ຂື້ນກັບຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ພາກວິຊາພາສາອັງກິດໄດ້ເລີ່ມຈັດຕັ້ງການຮຽນ ການສອນໃນຊຸມປີ 1960 ຊຶ່ງໃນຕອນນັ້ນເປັນ ວິທະຍາໄລສ້າງຄູວຽງຈັນ (ມສຄ) ແລະ ຕໍ່ມາໃນປີ 1996 ໄດ້ປ່ຽນຊື່ຈາກ ວິທະຍາໄລສ້າງຄູວຽງຈັນມາເປັນ ມະຫາວິທະຍາໄລແຫ່ງຊາດ ຈົນເຖິງປັດຈຸບັນ.
ຈຸດປະສົງ
ນິຕິກໍາພາກວິຊາພາສາອັງກິດ ສ້າງຂື້ນເພື່ອກໍານົດ ສິດ, ໜ້າທີ່ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະ ພາກວິຊາ, ຄະນະໜ່ວຍງານ ແລະ ໜ່ວຍວິຊາ ຕ່າງໆ ເພື່ອເປັນບ່ອນອີງທາງດ້ານນິຕິກຳໃຫ້ແກ່ການຈັດຕັ້ງ ແລະການເຄື່ອນ ໄຫວວຽກງານຂອງພາກວິຊາ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ແຜນຍຸດທະສາດຂອງລັດ ແລະ ຂອງຄະນະອັກສອນສາດ ດ້ານການພັດທະນາຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ, ການປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳຂອງຊາດ
ໜ້າທີ່ ແລະ ພາລະບົດບາດ
ໜ້າທີ່ ພາລະບົດບາດແລະຄວາມຮັບຜິດຊອບຂອງຫົວໜ້າພາກວິຊາ
ຮັບຜິດຊອບທຸກວຽກງານລວມ, ຊີ້ນຳວຽກງານເລຂານຸການ ແລະ ຄະນະຫ້ອງຜູ້ທີ 1
ຈັດຕັ້ງ ວາງແຜນ ສະຫລຸບ ຊີ້ນຳວຽກວິຊາການ ແລະ ວຽກງານບໍລິຫານຕ່າງໆ
ກວດກາການຈັດຕັ້ງປະຕິບັດແຜນການ ແລະ ແຜນງານອັນລະອຽດຕ່າງໆ
ປະສານງານວຽກງານສາຍຕັ້ງ ແລະ ສາຍຂວາງໃນຂອບເຂດຂອງຕົນ
ຕັດສິນບັນຫາ, ຂໍຄຳເຫັນ ແລະ ຄຳແນະນຳຈາກຂັ້ນເທິງ
ກຳນົດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຄະນະພາກວິຊາ, ຜູ້ຮັບຜິດຊອບວຽກງານຕ່າງໆ ແລະ ອາຈານສອນ.
ກຳນົດສິດໜ້າທີ່ຂອງນັກສຶກສາ ພະນັກງານ ຈາກທຸກພາກສ່ວນທີ່ມາສຶກສາຮ່ຳຮຽນ ແລະ ເຝິກອົບຮົມຢູ່ພາກ ວິຊາຂອງຕົນ.
ຂຶ້ນແຜນການປະຊຸມ, ເປັນປະທານກອງປະຊຸມ ແລະ ຕັດສິນມະຕິ.
ຈັດຕັ້ງຄູປະຈຳຫ້ອງ ພ້ອມທັງ ກຳນົດສິດ ແລະ ໜ້າທີ່ຮັບຜິດຊອບ.
ຮັບຜິດຊອບວຽກງານຈັດຕັ້ງ ແລະ ບຸກຄະລາກອນໃນພາກວິຊາ
ຄົ້ນຄວ້າ ແລະ ພິຈາລະນາ ວຽກງານນະໂຍບາຍລະດັບຕ່າງໆ.
ຮັບຜິດຊອບວຽກງານແຜນການ ແລະການພົວພັນຮ່ວມມືກັບພາຍໃນ ແລະ ຕ່າງປະເທດ.
ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ
ຮັບຜິດຊອບວຽກງານການເງິນ ແລະ ນະໂຍບາຍ
ຈັດປະຖົມນິເທດໃຫ້ນັກສຶກສາໃນແຕ່ລະສົກສຶກສາໃໝ່.
ໜ້າທີ່ ພາລະບົດບາດແລະຄວາມຮັບຜິດຊອບຂອງຮອງຫົວໜ້າພາກວິຊາຝ່າຍວິຊາການ
ຮັບຜິດຊອບວຽກງານຮ່ວມກັບຫົວໜ້າພາກວິຊາ ລົງເລິກວຽກງານວິຊາການ
ປຶກສາຫາລືທຸກວຽກງານຮ່ວມກັບຫົວໜ້າພາກວິຊາ
ສົມທົບກັບຫົວໜ້າໜ່ວຍງານ, ໜ່ວຍວິຊາ ໃນການດຳເນີນວຽກງານວິຊາການ ແລະ ແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງ.
ຮັບຜິດຊອບວຽກງານວິຊາການໃນທຸກລະບົບ ແລະ ຊີ້ນຳຄະນະຫ້ອງຜູ້ທີ 2.
ຈັດຕັ້ງ ແລະ ມອບໝາຍໜ້າວຽກວິຊາການໃຫ້ຄະນະໜ່ວຍງານ, ຄະນະໜ່ວຍວິຊາ ແລະ ບຸກຄົນຮັບຜິດຊອບ.
ຊີ້ນຳ ວາງແຜນ ດຳເນີນການປັບປຸງ ແລະ ພັດທະນາຫລັກສູດພາຍໃນພາກວິຊາ.
ສຶກສາຄົ້ນຄວ້າ ແລະ ປັບປຸງຄຸນນະພາບການສຶກສາ (ປະເມີນການຮຽນ-ການສອນ) ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຮຽນ ແລະ ສັງຄົມ.
ຂຶ້ນແຜນການ, ຈັດຕັ້ງ ແລະ ເປັນປະທານກອງປະຊຸມວິຊາການ.
ຊີ້ນຳ ນຳພາ ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານວິຊາການ, ລາຍງານໃຫ້ຄະນະພາກວິຊາ ແລະ ຂັ້ນເທິງຮັບຊາບແຕ່ລະໄລຍະ.
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂັ້ນເທິງໃນການເຄື່ອນໄຫວວຽກງານວິຊາການ.
ພົວພັນກັບຊ່ຽວຊານຕ່າງປະເທດ ແລະ ອາສາສະໝັກໃນການປະຕິບັດວຽກງານວິຊາສະເພາະ.
ຮັບຜິດຊອບພັດທະນາສື່ການຮຽນ-ການສອນຕ່າງໆ.
ຮັບຜິດຊອບ ຫ້ອງສະໝຸດ, ປື້ມຕຳລາສິດສອນ, ບົດວິທະຍານິພົນ ແລະເອກະສານອ້າງອີງອື່ນໆດ້ານວິຊາການ ແລະ ຂອງພາກວິຊາ.
ໜ້າທີ່ ພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຮອງຫົວໜ້າພາກວິຊາຝ່າຍບໍລິຫານ ຮັບຜິດຊອບວຽກງານກິດຈະກຳນັກສຶກສາ
1. ຮັບຜິດຊອບວຽກງານຮ່ວມກັບຫົວໜ້າພາກວິຊາ ລົງເລິກວຽກງານກິດຈະກຳຕ່າງໆຂອງນັກສຶກສາ
2. ປຶກສາຫາລືທຸກວຽກງານ ແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງຮ່ວມກັບຄະນະພາກວິຊາ.
3. ສົມທົບກັບຫົວໜ້າໜ່ວຍງານ, ໜ່ວຍວິຊາ ໃນການດຳເນີນວຽກງານກິດຈະກຳນັກສຶກສາ.
4. ຊີ້ນຳວຽກງານບໍລິຫານໂດຍສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ຄະນະຫ້ອງຜູ້ທີ 3
5. ຮັບຜິດຊອບວຽກງານບໍລິຫານ (ໄຟຟ້າ, ນ້ຳປະປາ ແລະ ເຄື່ອງອຳນວຍຄວາມສະດວກອື່ນໆໃນການສິດສອນຮ່ຳຮຽນ).
6. ຮັບຜິດຊອບວຽກງານກິລາ, ສິລະປະ, ຂ່າວສານ, ການວາງສະແດງຮູບພາບ ແລະ ອື່ນໆ
7. ຮັບຜິດຊອບວຽກງານຄຸ້ມຄອງນັກສຶກສາ ແລະ ການປະຕິບັດລະບຽບວິໄນຂອງນັກສຶກສາ.
8. ຮັບຜິດຊອບກວດກາບັນຊີວັດຖຸອຸປະກອນຕ່າງໆ ເຊັ່ນ ສື່ການສອນ, ອາຄານຮຽນ, ຫ້ອງຮຽນ, ກະດານ, ຫ້ອງການ, ໂຕະຕັ່ງຄູ-ອາຈານ ແລະ ໂຕະຕັ່ງນັກສຶກສາ.
9. ຊີ້ນຳວຽກງານອະນາໄມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ວຽກງານປ້ອງກັນຄວາມສະຫງົບ.
10. ຊີ້ນຳວຽກງານການເງິນ (ເງິນເດືອນ-ເງິນນະໂຍບາຍ) ຂອງບັນດາຄູ-ອາຈານ ແລະ ນັກສຶກສາ.
11. ຊີ້ນຳວຽກງານຂອງບັນດາອົງການຈັດຕັ້ງມະຫາຊົນ.
12. ຮັບຜິດຊອບວຽກງານສະຖິຕິຈຳນວນພົນຂອງຄູ-ອາຈານ ແລະ ນັກສຶກສາພາຍໃນພາກວິຊາ.
13. ຮັບຜິດຊອບວຽກງານການສ້າງຂະບວນການ,ກິດຈະກຳ ແລະ ການໄປທັດສະນະສຶກສາລະຫວ່າງຄູ-ອາຈານດ້ວຍກັນໃນ
ແຕ່ລະສົກຮຽນ.
ໂຄງປະກອບການຈັດຕັ້ງພາກວິຊາ
ພາກວິຊາພາສາອັງກິດປະກອບດ້ວຍຄະນະບໍລິຫານວຽກງານຕ່າງໆ: ຄະນະຊີ້ນໍາ-ສະພາບໍລິຫານພາຍໃນພາກວິຊາທີ່ປະກອບມີຄະນະພາກວິຊາ (ຫົວໜ້າ (ຍັງບໍ່ມີຫົວໜ້າ) ແລະ ຮອງ 3 ທ່ານ), ຫົວໜ້າໜ່ວຍກໍາມະບານພາກວິຊາ, ເລຂາ ຊປປລ ພາກວິຊາ ແລະ ຫົວໜ້າໜ່ວຍແມ່ຍິງພາກວິຊາ. ນອກຈາກນີ້ຍັງມີບັນດາໜ່ວຍງານ ແລະ ສູນຝຶກອົບຮົມພາສາອັງກິດ ລາວ-ອິນເດຍ ທີ່ເປັນເສນາທິການໃຫ້ຄະນະພາກວິຊາໃນການປະຕິບັດວຽກງານພາຍໃນພາກວິຊາ. ບັນດາໜ່ວຍງານປະກອບມີ: ໜ່ວຍງານຫຼັງປະລິນຍາຕີ, ໜ່ວຍງານການສຶກສາປະລິນຍາຕີລະບົບກໍ່ສ້າງ, ໜ່ວຍງານພາສາອັງກິດສໍາລັບພາກວິຊາອ້ອມຂ້າງ, ໜ່ວຍງານພັດທະນາຫຼັກສູດ-ສື່ການຮຽນການສອນ, ໜ່ວຍງານຄົ້ນຄວ້າວິທະຍາສາດ, ໜ່ວຍງານການສຶກສາຮຽນຮ່ວມ, ໜ່ວຍງານການສຶກສາປະລິນຍາຕີລະບົບຕໍ່ເນື່ອງ, ໜ່ວຍງານເລຂາ ແລະ ສະຖິຕິ, ໜ່ວຍງານການເງິນ-ຊັບສິນ, ໜ່ວຍງານຫໍສະໝຸດ ແລະຂ່າວສານ, ໜ່ວຍງານປະສານງານກັບອາສາສະໝັກ ແລະ ໜ່ວຍງານສິລະປະ ແລະ ການກິລາ.
ພ້ອມນີ້ຍັງມີ 16 ໜ່ວຍວິຊາທີ່ອີງໃສ່ວິຊາຫຼັກປະກອບຢູ່ໃນຫຼັກສູດຄື: (1) ໜ່ວຍວິຊາ ພາສາອັງກິດສຳລັບການອ່ານ, (2) ໜ່ວຍວິຊາ ພາສາອັງກິດສຳລັບການຂຽນ, (3) ໜ່ວຍວິຊາ ພາສາອັງກິດສຳລັບການເວົ້າ, (4) ໜ່ວຍວິຊາ ພາສາອັງກິດສຳລັບການຟັງ, (5) ໜ່ວຍວິຊາພາສາສາດ, (6) ໜ່ວຍວິຊາວັດທະນະທຳສຶກສາ, (7) ໜ່ວຍວິຊາການແປ, (8) ໜ່ວຍວິຊາການຄົ້ນຄວ້າ ແລະ ວິໄຈ, (9) ໜ່ວຍພາສາອັງກິດສະເພາະດ້ານ, (10) ໜ່ວຍພາສາອັງກິດທົ່ວໄປ, (11) ໜ່ວຍວິຊາພາສາຕ່າງປະເທດ 2, (12) ໜ່ວຍວິຊາພາສາອັງກິດສະເພາະດ້ານສໍາລັບຫຼັກສູດຕໍ່ເນື່ອງ, (13) ໜ່ວຍວິຊາການແປສໍາລັບຫຼັກສູດຕໍ່ເນື່ອງ, (14) ໜ່ວຍວິຊາການຄົ້ນຄວ້າສໍາລັບຫຼັກສູດຕໍ່ເນື່ອງ, (15) ໜ່ວຍວິຊາພາສາອັງກິດສໍາລັບການສິດສອນ ປະລິນຍາໂທ ແລະ (16) ໜ່ວຍວິຊາພາສາອັງກິດສໍາລັບການບໍລິຫານ ແລະ ສື່ສານ ປະລິນຍາໂທ.
ຫົວໜ້າພາກ
ອຈ ປທ ລະດົມຈັນ ຂັນຕຼີ
ຮອງຫົວໜ້າພາກ
ອຈ ປທ ບຸນໄທ ຈັນບົວລະພາ
ອຈ ປທ ບຸນມີ ພິພັກຂະວົງ