ພາກວິຊາພາສາເກົາຫລີ
ຄວາມເປັນມາພາກວິຊາ
ພາກວິຊາພາສາເກົາຫລີຖືກສ້າງຕັ້ງຂຶ້ນໃນປີ 2003 ໂດຍຜ່ານການຮ່ວມມື 2 ຝ່າຍລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການກ໋ອຍກາ ປະຈໍາ ສປປ.ລາວ ແລະໄດ້ຈັດການຮຽນ-ການສອນຂຶ້ນໃນປີ 2004. ເຖິງປັດຈຸບັນໄດ້ມີຜູ້ສໍາເລັດການສຶກສາຈາກພາກວິຊາ 15 ຊຸດ
ຈຸດປະສົງພາກວິຊາ
ພາກວິຊາພາສາເກົາຫລີມີຈຸດປະສົງສ້າງບຸກຄະລາກອນທີ່ມີຄວາມສາມາດໃນການນໍາໃຊ້ພາສາເກົາຫລີອອກຮັບໃຊ້ສັງຄົມ ແລະ ເພື່ອຕອບສະໜອງຕໍ່ໜ້າວຽກຕາມຄວາມຮຽກຮ້ອງຕ້ອງການຂອງຊາດ
ໜ້າທີ່ ແລະ ພາລະບົດບາດພາກວິຊາ
ພາກວິຊາພາສາເກົາຫລີກໍເປັນ 1 ໃນ 11 ສາຂາວິຊາທີ່ຂຶ້ນກັບຄະນະ ອັກສອນສາດ ເຊິ່ງໄດ້ຮັບມອບໝາຍໃຫ້ເປັນເສນາທີການໃຫ້ແກ່ ຄະນະອັກສອນສາດ ກໍຄືໃຫ້ແກ່ມະຫາ ວິທະຍາ ໄລແຫ່ງຊາດເຮັດໜ້າທີ່ວຽກງານທີ່ກ່ຽວຂ້ອງກັບການນໍາໃຊ້ພາສາເກົາຫລີໃນທຸກຂົງເຂດວຽກງານ
ໂຄງປະກອບການຈັດຕັ້ງພາກວິຊາ
1. ຫົວໜ້າພາກ ຊື່ ແລະນາມສະກຸນ: ....................................
2. ຮອງຫົວໜ້າພາກ ຊື່ ແລະນາມສະກຸນ: ປທ.ພັນຄ່ອງ ຄານນະພັງ
3. ອາຈານສອນ ຊື່ ແລະນາມສະກຸນ:
1) ປທ.ນ.ເພັດນາລອນ ອິນທະວົງ
2) ປທ.ສົມມິດ ດວງຕີ
3) ປທ.ນ.ຈັນສະໝອນ ຈັນທະວົງ
4) ປຕ.ນ.ນີລະຄອນ ພິມມະສອນ
5) ປທ.ພັນຄ່ອງ ຄານນະພັງ