ນັບແຕ່ປີ 2011 ທີ່ໄດ້ເປິດການຮຽນ - ການສອນພາສາຣັດເຊຍຢູ່ພະແນກພາສາຣັດເຊຍ, ຄະນະ

ອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການຮ່ວມມືຊ່ວຍເຫຼືອຈາກສະຖາທູດສະຫະພັນຣັດເຊຍປະຈາລາວໂດຍຜ່ານສູນວິທະຍາສາດ ແລະ ວັດທະນະທໍາ ຣັດເຊຍ ປະຈໍາລາວ. ເຖິງປັດຈຸບັນໄດ້ມີຜູ້ສໍາເລັດການສຶກສາຈາກພາກວິຊາ 8 ຊຸດ

ຄໍານຶງເຖິງຄວາມຕ້ອງການຂອງສັງຄົມ​​ເປັນສິ່ງສຳຄັນ ​​ໂດຍ​​ແນ​ໃສ່​ສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານພາສາຣັດເຊຍ​ໃນ​ລະດັບ​ແນ່ນອນ​ໃດ​ໜຶ່ງ ​ໃຫ້ສາມາດນຳ​​ເອົາຄວາມຮູ້ດ້ານພາສາ ແລະ ການຮຽນຮູ້ກ່ຽວກັບຣັດເຊຍ ​​ໃນການປະກອບອາຊີບ, ເປັນບຸກຄະລາກອນທີ່ດີ, ມີຄຸນນະພາບ, ພຽບພ້ອມ​​ດ້ວຍຄຸນສົມບັດ ແລະ ມີຈັນຍາບັນໃນວິຊາຊີບຂອງຕົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຕາມແນວທາງຂອງພັກ ແລະ ລັດວາງອອກ. 

ພະແນກພາສາຣັດເຊຍແມ່ນ 1 ໃນ ຈໍານວນ 11 ພາກ ວິຊາທີ່ສັງກັດໃນຄະນະອັກສອນສາດມະຫາວິທະຍາໄລ

ແຫ່ງຊາດ, ສ້າງຂື້ນໃນສົກຮຽນ 1979 – 1980 ຫຼັງຈາກມີການທ້ອນໂຮມມະຫາວິທະຍາໄລສ້າງຄູນາຄາວ, ທີ່ຕັ້ງຢູ່ເມຶອງວຽງໄຊແຂວງຫົວພັນ ມາຮ່ວມກັບມະຫາວິທະຍາໄລສ້າງຄູດົງໂດກ, ເຊິ່ງໄດ້ແຍກອອກຈາກພະແນກພາສາຕ່າງປະເທດ ທີ່ມີພາສາຝຣັ່ງ, ພາສາອັງກິດ ແລະ ພາສາຣັດເຊຍ.  ມາເຖິງປະຈຸບັນ ພະແນກພາສາຣັດເຊຍກໍມີອາຍຸ 40 ປີ ພໍດີ. ຜ່ານການຮຽນ - ການສອນພະແນກພາສາຣັດເຊຍໄດ້ສ້າງບຸກຄະລະກອນໃຫ້ ແກ່ສັງຄົມໃນຂະແໜງການສຶກສາ ແລະ ຂະແໜງການອື່ນໆຫຼາຍສົມຄວນ.

1. ຫົວໜ້າພາກພະແນກ  ຊື່ ແລະນາມສະກຸນ: ປທ ນ. ວັນຄໍາ ພົມມະກອນ

2. ຮອງຫົວໜ້າພະແນກ ຊື່ ແລະນາມສະກຸນ: ປທ.ສຸວັນທອນ ບຸນລີວົງ

3. ອາຈານສອນ  ຊື່ ແລະນາມສະກຸນ

1) ປຕ ນ.ລັດສະໝີ ຂຸນສຸວັນ

2) ປຕ ຈື່ຫຼື ລໍ່

3) ປຕ ນ. ຫອມໄກ ສຸທິພົມມາ