ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາຕີ ອັກສອນສາດ ສາຂາພາສາເຢຍລະມັນ
ພາສາອັງກິດ: Bachelor of Letters Programme in German Language
ປັດຊະຍາ
ການຮຽນຮູ້ກ່ຽວກັບເຢຍລະມັນຍັງເປັນປັດໄຈທີ່ຈຳເປັນຂອງຍຸກສະໄໝ ສອດຄ່ອງກັບແນວທາງ ການປ່ຽນແປງໃໝ່ ແລະ ຍຸດທະສາດການພັດທະນາການສຶກສາ ຂອງພັກ ແລະ ລັດຖະບານ ໃນໄລຍະແຕ່ນີ້ ຮອດປີ 2020. ນອກຈາກນີ້ ການຮຽນຮູ້ພາສາເຢຍລະມັນ ແລະ ປະເທດເຢຍລະມັນຍັງເປັນປະໂຫຍດ ຕໍ່ການພົວພັນຮ່ວມມື ແລະ ການສ້າງຄວາມເຂົ້າໃຈອັນດີລະຫວ່າງ ສອງຊາດ ລາວ ແລະເຢຍລະມັນ. ການສ້າງຫຼັກສູດພາສາເຢຍລະມັນໄດ້ອີງໃສ່ຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດແຮງງານພາຍໃນປະເທດເປັນສຳຄັນ. ຜູ້ສຳເລັດການສຶກສາ ສາມາດນຳເອົາຄວາມຮູ້ພາສາເຢຍລະມັນແລະ ການຮຽນ-ຮູ້ ກ່ຽວກັບເຢຍລະມັນ ສ້າງໂອກາດໃນການປະກອບອາຊີບ, ເປັນບຸກຄະລາກອນ ທີ່ມີຄຸນນະພາບ ພຽບພ້ອມ ດ້ວຍຄຸ-ສົມບັດ ສິນທຳປະຕິວັດ ແລະ ມີຈັນຍາບັນໃນວິຊາຊີບຕາມແນວທາງຂອງພັກ ແລະ ລັດຖະບານ.
ຈຸດປະສົງຫຼັກສູດ
ເພື່ອປັບປຸງ ແລະພັດທະນາຄຸນນະພາບ ການກໍ່ສ້າງຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ,
ເພື່ອເຮັດໃຫ້ການຈັດການຮຽນ-ການສອນ ຕິດແທດກັບຄວາມຕ້ອງການຕົວຈິງ ຂອງຕະຫລາດແຮງງານ
ເພື່ອສ້າງ ນັກວິຊາການພາສາເຢຍລະມັນ, ນັກຄົ້ນຄ້ວາ, ພະນັກງານນຳທ່ຽວ, ການແປ ແລະລ່າມໃຫ້ໄດ້ດີ.
ເພື່ອເປັນການພັດທະນາການຮຽນ-ການສອນ, ພັດທະນາທັກສະຂອງຄູອາຈານໃຫ້ນັບມື້ນັບມີຄຸນນະພາບ ແລະຕອບສະໜອງໄດ້ຕາມມາດຕາຖານຂອງພາກພື້ນ ແລະ ສາກົນ.
ຜົນການຮຽນຮູ້ (PLO)
ພາຍຫຼັງສຳເລັດການສຶກສາໃນຫຼັກສູດປະລິນຍາຕີ ອັກສອນສາດ ສາຂາພາສາເຢຍລະມັນ ນັກສຶກສາ ຈະສາມາດ
ດ້ານຄວາມຮູ້:
PLO1 ຈໍາແນກທິດສະດີ, ຫຼັກພາສາ, ທັກສະການອ່ານ, ການຂຽນ, ການຟັງ ແລະ ການເວົ້າພາສາເຢຍລະມັນໄດ້ຢ່າງຖືກຕ້ອງ.
PLO2 ອະທິບາຍລັກສະນະຂອງພາສາ, ວັດທະນະທຳ, ວັນນະຄະດີ ຕາມແນວຄວາມຄິດທີ່ມີເຫດ ແລະ ຜົນ.
ດ້ານທັກສະ:
PLO3 ນຳໃຊ້ຄວາມສາມາດເຂົ້າໃນການຄົ້ນຄິດ, ການແກ້ໄຂບັນຫາ, ການວາງແຜນ, ການສະແດງຄຳຄິດເຫັນດ້ານວິຊາການ, ການນຳສະເໜີແລະການຖາມ-ຕອບຢ່າງມີປະສິດທິພາບ.
PLO4 ໝູນໃຊ້ເຕັກໂນໂລຊີ ເຂົ້າໃນການຊອກຫາແຫຼ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການສຶກສາຄົ້ນຄ້ວາໃນແຕ່ລະຂົງເຂດທີ່ກ່ຽວຂ້ອງ
ດ້ານການນຳໃຊ້:
PLO5 ເຮັດວຽກເປັນນັກວິຊາການ, ຜູ້ນຳທ່ຽວ, ຜູ້ແປພາສາທີ່ນຳໃຊ້ພາສາເຢຍລະມັນ
PLO6 ເຊື່ອມໂຍງຄວາມຮູ້ 4 ທັກສະພາສາເຢຍລະມັນ ໃນລະດັບ B1 ຂື້ນໄປ ເຂົ້າໃນການປະກອບອາຊີບໃນຂະແໜງການຕ່າງໆທີ່ກ່ຽວຂ້ອງ
ດ້ານທັກສະທາງສັງຄົມ:
PLO7 ປະຕິບັດວຽກງານໃນສັງຄົມ ເປັນໝູ່ຄະນະ, ຢ່າງຕັ້ງໜ້າ, ມີຈັນຍາບັນ,ຈັນຍາທຳ, ມີຄວາມຮັບຜິດຊອບ, ຮັກ ແລະ ເຜີຍແຜ່ຮີດຄອງປະເພນີໄດ້ເປັນຢ່າງດີ.
PLO8 ສະແດງອອກເຖິງຄວາມສາມາດໃນການຕອບໂຕ້ຄວາມຄິດເຫັນຕໍ່ໜ້າມວນຊົນ, ມີຄວາມສາມາດສື່ສານພົວພັນ ແລະ ຖ່າຍທອດຄວາມຮູ້ໃຫ້ໝູ່ເພື່ອນຮ່ວມງານ.
ພາຍຫຼັງສຳເລັດການສຶກສາໃນຫຼັກສູດປະລິນຍາຕີ ອັກສອນສາດ ສາຂາພາສາເຢຍລະມັນ ນັກສຶກສາ ຈະສາມາດ
ດ້ານຄວາມຮູ້:
PLO1 ຈໍາແນກທິດສະດີ, ຫຼັກພາສາ, ທັກສະການອ່ານ, ການຂຽນ, ການຟັງ ແລະ ການເວົ້າພາສາເຢຍລະມັນໄດ້ຢ່າງຖືກຕ້ອງ.
PLO2 ອະທິບາຍລັກສະນະຂອງພາສາ, ວັດທະນະທຳ, ວັນນະຄະດີ ຕາມແນວຄວາມຄິດທີ່ມີເຫດ ແລະ ຜົນ.
ດ້ານທັກສະ:
PLO3 ນຳໃຊ້ຄວາມສາມາດເຂົ້າໃນການຄົ້ນຄິດ, ການແກ້ໄຂບັນຫາ, ການວາງແຜນ, ການສະແດງຄຳຄິດເຫັນດ້ານວິຊາການ, ການນຳສະເໜີແລະການຖາມ-ຕອບຢ່າງມີປະສິດທິພາບ.
PLO4 ໝູນໃຊ້ເຕັກໂນໂລຊີ ເຂົ້າໃນການຊອກຫາແຫຼ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການສຶກສາຄົ້ນຄ້ວາໃນແຕ່ລະຂົງເຂດທີ່ກ່ຽວຂ້ອງ
ດ້ານການນຳໃຊ້:
PLO5 ເຮັດວຽກເປັນນັກວິຊາການ, ຜູ້ນຳທ່ຽວ, ຜູ້ແປພາສາທີ່ນຳໃຊ້ພາສາເຢຍລະມັນ
PLO6 ເຊື່ອມໂຍງຄວາມຮູ້ 4 ທັກສະພາສາເຢຍລະມັນ ໃນລະດັບ B1 ຂື້ນໄປ ເຂົ້າໃນການປະກອບອາຊີບໃນຂະແໜງການຕ່າງໆທີ່ກ່ຽວຂ້ອງ
ດ້ານທັກສະທາງສັງຄົມ:
PLO7 ປະຕິບັດວຽກງານໃນສັງຄົມ ເປັນໝູ່ຄະນະ, ຢ່າງຕັ້ງໜ້າ, ມີຈັນຍາບັນ,ຈັນຍາທຳ, ມີຄວາມຮັບຜິດຊອບ, ຮັກ ແລະ
ເຜີຍແຜ່ຮີດຄອງປະເພນີໄດ້ເປັນຢ່າງດີ.
PLO8 ສະແດງອອກເຖິງຄວາມສາມາດໃນການຕອບໂຕ້ຄວາມຄິດເຫັນຕໍ່ໜ້າມວນຊົນ, ມີຄວາມສາມາດສື່ສານພົວພັນ ແລະ
ຖ່າຍທອດຄວາມຮູ້ໃຫ້ໝູ່ເພື່ອນຮ່ວມງານ.