ສາຂາໜ່ວຍວິຊາພາສາແອັດສະປາໂຍນ
ຄວາມເປັນມາ
ນັບແຕ່ປີ 1984-1985 ສາຂາວິຊາພາສາແອັດສະປາໂຍນແມ່ນສາຂາວິຊາໜຶ່ງທີ່ສັງກັດຢູ່ ພະແນກພາສາຝຣັ່ງ-ແອັດສະປາໂຍນ, ມະຫາວິທະຍາໄລສ້າງຄູວຽງຈັນໃນເມື່ອກ່ອນ ໂດຍມີຊ່ຽວຊານຈາກ ສ. ກູບາ ມາຊ່ວຍສິດສອນເປັນແຕ່ລະໄລຍະ. ມາຮອດປີ 1992 ການຮຽນ-ການສອນ ກໍ່ໄດ້ຖືກຢຸດລົງ ເນື່ອງຈາກສະພາບການຂອງໂລກມີການປ່ຽນແປງ.
ຈົດມາຮອດປີ 2010 ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການຊີ້ນໍາຈາກຂັ້ນເທິງ ເຫັນດີໃຫ້ເປີດການຮຽນ-ການສອນພາສາແອັດສະປາໂຍນໃນຫຼັກສູດປະລິນຍາຕີຄືນໃໝ່; ຈຶ່ງໄດ້ສ້າງຕັ້ງເປັນໜ່ວຍວິຊາພາສາແອັດສະປາໂຍນຂຶ້ນ ສົກສຶກສາ 2010-2011 ມີຈໍານວນ 6 ຄົນ, ແຕ່ເນື່ອງຈາກຄວາມຂາດເຂີນທາງດ້ານບຸກຄະລາກອນ ຈຶ່ງໄດ້ມີການຢຸດຮັບນັກສຶກສາຊົ່ວຄາວ ໃນສົກສຶກສາ 2012-2013 ແລະ2013-2014, ຫຼັງໜ່ວຍວິຊາພາສາແອັດສະປາໂຍນປະກອບມີບຸກຄະລາກອນເພີ່ມຂຶ້ນ; ປະກອບດ້ວຍອາຈານລາວທີ່ຈົບຈາກ ສ. ກູບາ, 1 ທ່ານ ສັງກັດໃນປີ 2013, ມີອາຈານຮັບເຊີນ, ອາສາສະໝັກ ແລະມີຊ່ຽວຊານກູບາມາປະຈໍາແຕ່ລະສົກສຶກສາ. ດັ່ງນັ້ງນັບແຕ່ ສົກສຶກສາ 2014-2015 ເປັນຕົ້ນມາໄດ້ມີການຮັບນັກສຶກສາເປັນປົກກະຕິ, ນັກສຶກສາຈົບໄປແລ້ວ 6 ລຸ້ນ, ປະຈຸບັນ ມີນັກສຶກສາທີ່ກໍາລັງສຶກສາຢູ່ສຶກສາຢູ່ ມີ 4 ຫ້ອງ, ປີ1 ຫາ ປີ4.
ຈຸດປະສົງ ໜ່ວຍວິຊາ
ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະລັດຖະບານໃນການກໍ່ສ້າງນັກວິຊາການສາຂາພາສາແອັດສະປາໂຍນ ແລະນັກຄົ້ນຄວ້າວິທະຍາສາດໃຫ້ເຊື່ອມໂຍງກັບພາກພື້ນ ແລະສາກົນ; ສອດຄ່ອງແຜນພັດທະນາຊັບພະຍາກອນມະນຸດ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ;
ເພື່ອຜັນຂະຫຍາຍແຜນຍຸດທະສາດ 5 ປີ ຂອງຄະນະອັກສອນສາດ ກໍຄື ມະຫາວິທະຍາໄລແຫ່ງຊາດ;
ເພື່ອຍົກລະດັບການຮຽນ-ການສອນພາສາແອັດສະປາໂຍນໃຫ້ມີປະສິດທິພາບ ແລະປະສິດທິຜົນ ສູ່ຄຸນນະ ພາບໃໝ່;
ເພື່ອເຮັດໃຫ້ລະບົບການຈັດຕັ້ງ ແລະການບໍລິຫານຂອງພະແນກມີຄວາມເຂັ້ມແຂງ;
ສ້າງເງື່ອນໄຂ ແລະໂອກາດການຮ່ວມມືດ້ານວິຊາການກັບພາຍໃນ ແລະພາຍນອກ.
ໜ້າທີ່ ແລະ ພາລະບົດບາດ ໜ່ວຍວິຊາ
ໜ່ວຍວິຊາພາສາແອັດສະປາໂຍນແມ່ນໜ່ວຍວິຊາໜຶ່ງທີ່ຂຶ້ນກັບພະແນກວິຊາການ, ຄະນະອັກສອນສາດ, ມະ ຫາວິທະຍາໄລແຫ່ງຊາດ; ເຮັດໜ້າທີ່ໃນການຈັດຕັ້ງການຮຽນ-ການສອນພາສາແອັດສະປາໂຍນໃນລະດັບປະລິນຍາຕີເພື່ອສ້າງບຸກຄະລາກອນ ຫຼືນັກວິຊາການດ້ານພາສາແອັດສະປາໂຍນໃຫ້ແກ່ສັງຄົມ; ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ການພັດທະນາ ແລະການເຊື່ອມໂຍງກັບພາກພື້ນ ແລະສາກົນ.
ໂຄງປະກອບການຈັດຕັ້ງ ໜ່ວຍວິຊາ ປະຈໍາປີ 2022-2023
1. ຫົວໜ້າໜ່ວຍວິຊາ ຊື່ ແລະ ນາມສະກຸນ : ປຕ ປໍທໍ່ ຫວັງຈື້
2. ຮອງຫົວໜ້າໜ່ວຍວິຊາ ຊື່ ແລະ ນາມສະກຸນ : (ບໍ່ມີ)
3. ອາຈານສອນ ຊື່ ແລະ ນາມສະກຸນ: ປຕ ແສງມະນີ ຢ່າ
4. ຊ່ຽວຊານ ປທ ລູອີສ ມາຣິໂອ ຊາໂມລາ
5. ອາສາສະໝັກ ປຕ ນາງ ໂບນິຕາ ອັງຄະວົງ