ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານພາສາແອັດສະປາໂຍນ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ. ນອກຈາກນັ້ນ, ນັກສຶກສາທີ່ຮຽນຈົບໃນຫລັກສູດນີ້ໃຫ້ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດ, ມີນໍ້າໃຈຮັກຊາດ, ມີຄວາມເສຍສະຫຼະ  ແລະມີຄວາມຮູ້ຄວາມສາມາດໃນການຄົ້ນຄິດ ແລະ ແກ້ໄຂບັນຫາຕ່າງໆຕາມຫລັກວິທະຍາສາດ .

ພາຍຫລັງສຳເລັດການສຶກສາໃນຫລັກສູດປະລິນຍາຕີອັກສອນສາດສາຂາພາສາແອັດສະປາໂຍນແລ້ວນັກສຶກສາຈະສາມາດ:

1) ດ້ານຄວາມຮູ້: 

PLO1 ຈໍາແນກ ທິດສະດີ ແລະ ຫລັກການໃນການນໍາໃຊ້ 4 ທັກສະພາສາແອັດສະປາໂຍນເຂົ້າໃນວຽກງານຕົວຈິງຢ່າງຖືກຕ້ອງ ແລະ ເໝາະສົມ.

 PLO2 ສົມທຽບ  ຄວາມແຕກຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບ ພາສາ-ວັດທະນະທໍາແອັດສະປາຍ ແລະ ອະລິຍະທໍາລາວ ແລະ ພາສາແອັດສະປາໂຍນ.

2) ດ້ານທັກສະ: 

 PLO3 ສະແດງ  ຄວາມສາມາດດ້ານພາສາເຂົ້າໃນການຄົ້ນຄິດ, ການແກ້ໄຂບັນຫາ, ການວາງແຜນ, ການສະແດງຄໍາຄິດຄໍາເຫັນດ້ານວິຊາການ, ການນໍາສະເໜີ ແລະ ການຖາມ-ຕອບຢ່າງມີປະສິດທິພາບ.

 PLO4 ໝູນໃຊ້  ເຕັກໂນໂລຢີເຂົ້າໃນວຽກງານຕົວຈິງ, ການຊອກຫາຂໍ໊ມູນ, ການເຮັດບົດຄົ້ນຄວ້າວິທະຍາສາດ ແລະ ການດໍາເນີນຊີວິດປະຈໍາວັນ.       

3) ດ້ານການນຳໃຊ້: 

PLO5 ເລຶອກເຟັ້ນ  ຄໍາສັບ, ສໍານວນພາສາແອັດສະປາໂຍນໃຫ້ຖຶກຕ້ອງເຂົ້າໃນການສືສານ, ວຽກງານບໍລິຫານ ແລະ ບໍລິການ (ເປັນຜູ້ນໍາທ່ຽວ, ແປເອກະສານ, ແປປາກເປົ່າ ແລະ ການຂຽນເອກະສານທາງການລະດັບພຶ້ນຖານ) ໃຫ້ມີປະສິດຕິພາບ.

PLO6 ນໍາໃຊ້ ຄວາມຮູ້ໃນການໃຊ້ພາສາພາສາແອັດສະປາໂຍນ 4 ທັກສະ: ຟັງ, ເວົ້າ, ອ່ານ, ຂຽນ ເຂົ້າໃນວຽກງານຕົວຈິງໃຫ້ໄດ້ດີ.

4) ດ້ານທັກສະທາງສັງຄົມ:

PLO7 ດໍາ​ເນີນ ການຮຽນຮູ້ຕະຫຼອດຊິວິດ, ການເຮັດ​ວຽກ​ເປັນ​ກຸ່ມ, ການຖ່າຍທອດຄວາມຮູ້ໃຫ້ແກ່ເພື່ອນຮ່ວມງານ ແລະ ສັງຄົມໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ.

PLO8 ປົກປັກ  ຮັກສາຮິດຄອງປະເພນີອັນດີງາມຂອງຊາດໃວ້ໃຫ້ໝັ້ນຄົງ ແລະ ມີຄວາມຮັກຊາດຢ່າງແຮງກ້າ.