ຕາມແຜນພັດທະນາເສດຖະກິດ - ສັງຄົມ ຂອງລັດຖະບານ ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງທຸກໆຂະແໜງການ, ດ້ານພື້ນຖານໂຄງລ່າງ,  ຊັບພະຍາກອນມະນຸດ ແລະ ລະບົບການຄຸ້ມຄອງ - ການບໍລິຫານໃຫ້ຮັບປະກັນຄຸນນະພາບ ແລະ ປະລິມານເວົ້າລວມ ເວົ້າສະເພາະຂະແໜງການສຶກສາ ກໍ່ແມ່ນພາກສ່ວນໜຶ່ງສໍາຄັນທີ່ຢູ່ເບື້ອງຫຼັງ ຂອງຜົນສໍາເລັດຫຼາຍໆດ້ານ. ການພັດທະນາຫຼັກສູດໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດແຮງງານແມ່ນຫນ້າທີ່ຕົ້ນຕໍໃນການສື່ສານ-ການພົວພັນ, ການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການທ່ອງທ່ຽວ ແລະ ການດໍາເນີນທຸລະກິດຕ່າງໆ. 

3. ຈຸດດປະສົງຫຼັກສູດ

4. ຜົນການຮຽນຮູ້ (PLO)

PLO1 ຈຳແນກທິດສະດີ, ຫຼັກການໄວຍາກອນ, ຄວາມຄື ແລະ ຄວາມແຕກຕ່າງຂອງການນຳໃຊ້ 4 ທັກສະຂອງພາສາຈີນ ແລະ ພາສາລາວເຂົ້າໃນວຽກງານຕົວຈິງໃຫ້ຖືກຕ້ອງ.

PLO2 ອະທິບາຍຄວາມແຕກຕ່າງດ້ານການນຳໃຊ້ພາສາຈີນໃນການສື່ສານ-ພົວພັນ, ການທ່ອງທ່ຽວ, ການເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳລາວ-ຈີນ.

PLO3 ສະແດງຄວາມຄິດເຫັນແບບສ້າງສັນ, ແບບມີວິຈາລະຍານ, ມີທັກສະໃນການນຳສະເໜີ ແລະ ແກ້ໄຂບັນຫາໃນວຽກງານຕົວຈິງ. 

PLO4 ໝູນໃຊ້ ເຕັກໂນໂລຊີເຂົ້າໃນການຄົ້ນຫາຂໍ້ມູນຂ່າວສານ ເພື່ອຮັບໃຊ້ວຽກງານການຄົ້ນຄວ້າວິທະຍາສາດ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

PLO5 ນຳໃຊ້ 4ທັກສະພື້ນຖານເຂົ້າໃນການຮຽນ-ການສອນພາສາຈີນ (ການເວົ້າ, ການຂຽນ, ການອ່ານ ແລະ ການຟັງ), ການແປ, ການເຈລະຈາ, ການຄົບຄ້າສະມາຄົມ ເຂົ້າໃນຂົງເຂດວຽກງານຕົວຈິງຂອງກົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ.

PLO6 ໃຊ້ພາສາຈີນໄດ້ຕາມມາດຕະຖານລະດັບພາສາຈີນ HSK 4 ແລະ HSKK ລະດັບກາງຂື້ນໄປ. 

PLO7 ດຳເນີນການຮຽບຮຽງ, ການຂຽນບົດຄວາມພາສາຈີນ, ຮ່າງເອກະສານຕ່າງທັງພາສາລາວ ແລະ ພາສາຈີນ ທີ່ເປັນທາງການ ແລະ ເອກະສານທົ່ວໄປ.

PLO8ປະຕິບັດຕາມໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາທຳ ແລະ ຈັນຍາບັນທາງດ້ານວິຊາຊີບ, ມີມະນຸດສຳພັນທີ່ດີ, ມີນ້ຳໃຈຮັກຊາດ ຄຽງຄູ່ກັບການສົ່ງເສີມຮັກສາຮີດຄອງປະເພນີອັນດີງາມຂອງຊາດ.

PLO9 ສະແດງອອກເຖິງການມີທັກສະໃນການຮຽນຮູ້ຕະຫຼອດຊີວິດ, ທັກສະການພົວພັນກັບຫຼາຍຄົນ, ທັກສະໃນການເປັນຜູ້ນຳ, ການເຮັດວຽກງານເປັນໝູ່ຄະນະ ໃນປະຕິບັດໜ້າທີ່ວຽກງານການບໍລິການວິຊາການດ້ານພາສາຈີນແກ່ສັງຄົມ.