ແນໃສ່ສ້າງບຸກຄະລະກອນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານພາສາຍີ່ປຸ່ນ ເພື່ອປະກອບອາຊີບຕາມຄວາມຮຽກຮ້ອງຕ້ອງການ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະມີຄວາມຮູ້ພື້ນຖານທາງດ້ານການຄົ້ນຄວ້າວິທະຍາສາດ; ເປັນຜູ້ທີ່ມີຄຸນນະທໍາ, ຈະລິຍະທໍາ ແລະຈັນຍາບັນ ສາມາດນໍາເອົາຄວາມຮູ້ຕ່າງໆ ໄປປະຍຸກໃຊ້ ແລະແກ້ໄຂບັນຫາໄດ້ຢ່າງເໝາະສົມ

PLO1: ຈໍາແນກໄດ້ທິດສະດີ, ຫຼັກການອ່ານ, ການຂຽນ, ການຟັງ ແລະການເວົ້າພາສາຍີ່ປຸ່ນໄດ້ຢ່າງຖືກຕ້ອງ.

PLO2: ສົມທຽບຄວາມແຕກຕ່າງດ້ານຫຼັກພາສາ, ວັດທະນະທໍາການໃຊ້ພາສາຍີ່ປຸ່ນ ແລະພາສາລາວ.

PLO3: ສະແດງຄວາມຄິດເຫັນໃນການຮຽນຮູ້, ການເຮັດວຽກຮ່ວມກັບຄົນອື່ນ ໃນສະຖານະຕ່າງໆ ແລະຄວາມແຕກຕ່າງດ້ານແນວຄິດວັດທະນະທໍາການເຮັດວຽກໃນສັງຄົມ.

PLO4: ໝູນໃຊ້ເຕັກໂນໂລຊີການສື່ສານເຂົ້າໃນການຮຽນຮູ້ ແລະການຄົ້ນຄວ້າວິທະຍາສາດໄດ້ຢ່ງເໝາະສົມ.

PLO5: ວິເຄາະຂໍ້ມູນຂ່າວສານຢ່າງມີມີຫົວຄິດປະດິດສ້າງ ໃນທາງສ້າງສັນເຂົ້າໃນການຮຽນຮູ້ ແລະປະກອບອາຊີບ.

PLO6: ວິນິດໄສການໃຊ້ພາສາຍີ່ປຸ່ນ ເຂົ້າໃນການແປ, ການຮຽບຮຽງເອກະສານ ແລະການຕິດຕໍ່ສື່ສານໃຫ້ແທດເໝາະກັບສະຖານະການຕ່າງໆ. 

PLO7: ເລືອກເຟັ້ນຄໍາສັບ, ສໍານວນ ແລະຫຼັກການນໍາໃຊ້ພາສາຍີ່ປຸ່ນໃຫ້ຖືກຕ້ອງເຂົ້າໃນການສື່ສານຄົ້ນຄວ້າວິໄຈທາງວິຊາການ ແລະການດໍາລົງຊີວິດປະຈໍາວັນ.

PLO8: ເຊື່ອມໂຍງຄວາມຮູ້ດ້ານພາສາຍີ່ປຸ່ນເຂົ້າໃນການປະກອບອາຊີບ ໃນຂະແໜງການຕ່າງໆ.

PLO9: ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ມີຈັນຍາບັນ, ຈັນຍາທໍາໃນການປະກອບອາຊີບ ແລະມພາວະຄວາມເປັນຜູ້ນໍາ.

PLO10: ແລກປ່ຽນຄວາມຮູ້ ແລະທັກສະດ້ານພາສາຍີ່ປຸ່ນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ລາວ-ຍີ່ປຸ່ນໄດ້ຢ່າງມີປະສິດຕິພາບໃນສັງຄົມຕົວຈິງ.