ພະແນກຄົ້ນຄວ້າ ແລະ ບໍລິການວິຊາການ


1. ຄວາມເປັນມາຂອງພະແນກ

ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ສ້າງຕັ້ງໃນປີ 2001 ເອີ້ນວ່າ “ແນກຄົ້ນຄວ້າວິທະຍາສາດ”. ມາຮອດປີ 2007 ພາຍຫຼັງທີ່ຄະນະອັກສອນສາດ ເປີດຫຼັກສູດລະດັບປະລິນຍາໂທ ຈຶ່ງໄດ້ຮວມເອົາວຽກຫຼັງປະລິນຍາຕີເຂົ້ານຳ ແລ້ວປ່ຽນຊື່ມາເປັນ “ພະແນກຄົ້ນຄວ້າວິທຍາສາດ ແລະ ການສຶກສາຫຼັງປະລິນຍາຕີ”. ໃນ 2014 ພະແນກຄົ້ນຄວ້າວິທະຍາສາດ ແລະ ການສຶກສາຫຼັງປະລິນຍາຕີໄດ້ແຍກອອກເປັນ 2 ພະແນກ ຄື: ພະແນກການສຶກສາຫຼັງປະລິນຍາຕີ ແລະ ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມາເຖິງປະຈຸບັນ.

2. ຈຸດປະສົງຂອງພະແນກ

- ເພື່ອປັນເສນາທິການໃຫ້ແກ່ຄະນະນຳຄະນະອັກສອນສາດ ໂດຍສະເພາະຜ່ານຂອງຄະນະບໍດີຝາຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ.

- ເພື່ອປະສານງານພາຍໃນລະຫວ່າງຄະນະວິຊາກັບບັນດາພາກວິຊາ, ພະແນກວິຊາ, ພະແນກເສນາທິການ, ສູນ ພາຍໃນຄະນະອັກສອນສາດ ກ່ຽວກັບວຽກງານການຄົ້ນຄວ້າ ແລະ ບໍລິການວິຊາການ.

- ເພື່ອປະສານງານລະຫວ່າງຄະນະວິຊາກັບຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຫ້ອງການຕ່າງໆ ແລະ ພາກສ່ວນຄະນະວິຊາອື່ນໆພາຍໃນມະຫາວິທະຍາໄລແຫ່ງຊາດທີ່ກ່ຽວຂ້ອງກັບວຽກງານຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ.

- ເພື່ອຊຸກຍູ້, ສົ່ງເສີມ, ຄຸ້ມຄອງວຽກງານຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຂອງຄະນະອັກສອນສາດ; ປະສານງານກັບຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມຊ ແລະ ຄະນະວິຊາຕ່າງໆໃນ ມຊ. ເພື່ອຊ່ວຍຄະນະນໍາໃນການວາງແຜນ, ການຈັດຕັ້ງປະຕິບັດຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງວຽກງານວາລະສານວິຊາການ ແລະ ວຽກງານຊັບສິນທາງປັນຍາ ໃຫ້ມີປະສິດທິພາບ, ປະສິດທິຜົນດີ.

4. ທີ່ຕັ້ງ ແລະ ພາລະບົດບາດຂອງພະແນກ

 ພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ຂຽນດ້ວຍຕົວອັກສອນຫຍໍ້ “ພຄບ”; ເປັນກົງຈັກ ຄຸ້ມຄອງ ແລະ ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ, ວຽກງານບໍລິການວິຊາການ, ວຽກງານວາລະສານວິຊາການ ແລະ ວຽກງານຊັບສິນທາງປັນຍາ ຢູ່ໃນໂຄງປະກອບກົງຈັກການຈັດຕັ້ງຂອງຄະນະອັກສອນສາດ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີ ແລະ ຮອງຄະນະບໍດີ ຜູ້ຊີ້ນຳພະແນກວິທະຍາສາດ ແລະ ບໍລິການວິຊາການໃນການນຳພາ, ຊີ້ນຳ, ຊຸກຍູ້ ແລະ ສົ່ງເສີມພະນັກງານ, ຄູອາຈານ ແລະ ນັກສຶກສາພາຍໃນຄະນະອັກສອນສາດເຮັດການຄົ້ນຄວ້າວິທະຍາສາດຄຽງຄູ່ກັບວຽກງານບໍລິຫານ, ວິຊາການ ແລະ ວິຊາສະເພາະຂອງຕົນ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ.

5. ໜ້າທີ່, ພາລະກິດ/ກິດຈະກຳຂອງພະແນກ

ກ. ໜ້າທີ່

1) ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບານ, ກົດລະບຽບ, ແຈ້ງການ, ມະຕິ, ຄຳສັ່ງ, ກົດໝາຍ, ທິດທາງແຜນການ ແລະ ແຜນຍຸດທະສາດຈາກຂັ້ນເທິງທີ່ກ່ຽວຂ້ອງກັບວຽກງານຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ວາລະສານວິຊາການ ແລະ ຊັບສິນທາງປັນຍາ ກໍຄືຂອງຄະນະວິຊາໃຫ້ແກ່ພະນັກງານ, ຄູສອນ ແລະ ນັກສຶກສາພາຍໃນຄະນະອັກສອນສາດ.

2) ຮ່າງນິຕິກຳ ແລະ ຂໍ້ແນະນຳຕ່າງໆທີ່ກ່ຽວຂ້ອງກັບວຽກງານຄຸ້ມຄອງ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ ແລະ ວຽກງານວາລະສານວິຊາການ ທີ່ເປັນອັນສະເພາະຂອງຄະນະວິຊາເພື່ອເປັນພອນອີງໃນການຈັດຕັ້ງປະຕິບັດຕົວຈິງໃຫ້ມີປະສິດທິຜົນ ແລະ ເປັນເອກະພາບ.

3) ຄຸ້ມຄອງ ແລະສົ່ງເສີມວຽກງານການຄົ້ນຄວ້າວິທະຍາສາດ, ການບໍລິການວິຊາການ, ວຽກງານວາລະ

ສານວິຊາການ ແລະ ວຽກງານຊັບສິນທາງປັນຍາຂອງຄະນະອັກສອນສາດ,

4) ເປັນເຈົ້າການໃນການຈັດຕັ້ງກອງປະຊຸມ ຈັດບຸລິມະສິດລະດັບຄະນະວິຊາຂອງບັນດາໂຄງການຄົ້ນຄວ້າ ວິທະຍາສາດ ເພື່ອສະໝັກທຶນລັດຖະບານໃຫ້ຄະນະວິຊາ ແລະ ທຶນ ມຊ ປະຈຳປີ.

5) ຊຸກຍູ້ ແລະ ຕິດຕາມບັນດາໂຄງການຄົ້ນຄວ້າວິທະຍາສາດຂອງນັກຄົ້ນຄວ້າທີ່ໄດ້ຮັບທຶນຄົ້ນຄວ້າລະດັບ ຄະນະວິຊາ, ທຶນ ມຊ ແລະ ທຶນຂອງອົງການຈັດຕັ້ງສາກົນທີ່ແຈ້ງການຜ່ານ ມຊ.

6) ຊຸກຍູ້ ແລະ ຕິດຕາມພະນັກງານ ແລະ ຄູສອນທີ່ອອກໄປຮັບໃຊ້ການບໍລິການວິຊາການໃຫ້ແກ່ສັງຄົມ ພາຍໃນ ແລະ ຕ່າງປະເທດ.

7) ບໍລິຫານວຽກງານວາລະສານ, ຈັດຕັ້ງການຄັດເລືອກຫົວບົດຄົ້ນຄວ້າວິຍະຍາສາດເພື່ອຕີພິມລົງວາລະ ສານວິຊາການ ແລະ ຈັດພິມວາລະສານຢ່າງເປັນປົກກະຕິ (2 ຄັ້ງ/ປີ).

8) ຈັດຕັ້ງກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດປະຈໍາປີຂອງຄະນະອັກສອນສາດ ແລະ ເປັນເຈົ້າການໃນການກະກຽມເຂົ້າຮ່ວມງານວາງສະແດງບຸນຄົ້ນຄວ້າວິທະຍາສາດປະຈໍາປີຂອງ ມຊ.

9) ຈັດຕັ້ງການຝຶກອົບຮົມທັກສະການຄົ້ນຄວ້າວິທະຍາສາດໃຫ້ແກ່ພະນັກງານ, ຄູສອນ ແລະ ນັກສຶກສາ

ພາຍໃນຄະນະອັກສອນສາດ.

ຂ. ພາລະກິດ/ກິດຈະກຳ

1) ຄຸ້ມຄອງ ແລະ ສົ່ງເສີມວຽກງານຄົ້ນຄ້ວາວິທະຍາສາດ. 

2) ຄຸ້ມຄອງ ແລະ ສົ່ງເສີມວຽກງານການບໍລິການວິຊາການ.

3) ຄຸ້ມຄອງ ແລະ ສົ່ງເສີມວຽກງານວາລະສານວິທະຍາສາດ ແລະ ຊັບສິນທາງປັນຍາ.

6. ໂຄງປະກອບການຈັດຕັ້ງຂອງພະແນກ 

ຫົວໜ້າພະແນກ: ອຈ ສຸກສະຫວັນ ອາໂນໄຊ

ຮອງຫົວໜ້າພະແນກ: ນ. ຄຳພູນ ທະນາກອນ

ວິຊາການ: ນ. ສົມເໝາະ ປັນຍາວົງ