ພາກວິຊາສື່ສານມວນຊົນ

        ພາກວິຊາສື່ສານມວນຊົນ ເປັນພາກວິຊາໜຶ່ງທີ່ສັງກັດຢູ່ໃນຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ 

- ປີ 2004-2005 ເລີ່່ມປະຕິບັດການຮຽນການສອນ (ເປັນໜ່ວຍວິຊາໜຶ່ງຂຶ້ນກັບພາກວິຊາພາສາລາວ-ວັນນະຄະດີ) ຕາມການອະນຸມັດຂອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1668/ມຊ-ຈຕ ລົງວັນທີ 30 ສິງຫາ 2004

- 2016 ຍົກຖານະຂຶ້ນເປັນພາກວິຊາສື່ສານມວນຊົນ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາ; ຕາຂໍ້ຕົກລົງສະບັບ​​ເລກທີ 5211/ສສກ.ຈຕ; ນະຄອນຫຼວງວຽງຈັນ, ວັນທີ 20 ກັນຍາ 2016. 

- ໄດ້ດໍາເນີນການຮຽນການສອນມາແລ້ວທັງໝົດ 19 ລຸ້ນ, ຈົບອອກໄປແລ້ວທັງໝົດ 15 ລຸ້ນ ແລະກໍາລັງຮຽນຢູ່ອີກ 4 ລຸ້ນ.

       ພາກວິຊາສື່ສານມວນຊົນມີຈຸດປະສົງຕົ້ນຕໍຄືການຈັດການຈັດການຮຽນ-ການສອນ, ສ້າງບຸກຄະລາກອນດ້ານສື່ສານມວນຊົນ​​ທີ່ມີຄວາມຮູ້, ມີຄວາມສາມາດ, ມີປະສິດທິພາບ ແລະ ຄຸນນະພາບ ເພື່ອອອກໄປຮັບໃຊ້ສັງຄົມ ແລະ ປະເທດຊາດຕາມຄວາມຮຽກຮ້ອງຕ້ອງການ.

      ເປັນເສນາທິການໃຫ້ແກ່ມະຫາວິທະຍາໄລແຫ່ງຊາດໃນການກໍ່ສ້າງບຸກຄະລາກອນໃຫ້ແກ່ສັງຄົມ ໂດຍສະເພາະບັນດາກະຊວງ, ກົມກອງ, ພະແນກຖະແຫຼງຂ່າວ ຕະຫຼອດເຖິງສື່ປະເພດຕ່າງໆໃນແຕ່ລະອົງກອນ.

ບັນດາບຸກຄະລາກອນທີ່ຈົບອອກໄປ ກໍຈະປະຕິບັດໜ້າທີ່ໃນການເປັນນັກຂ່າວ. ນັກຂຽນ, ເປັນໂຄສົກ, ພິທີກອນ, ເປັນຜູ້ປະກາດຂ່າວ ແລະອ່ານຂ່າວຕາມສື່ປະເພດຕ່າງໆ ໃນແຕ່ລະອົງກອນ, ຫ້ອງການ, ເມືອງ, ແຂວງໃນທົ່ວປະເທດ.

1. ຫົວໜ້າພາກ     ປທ ດວງຕາ ມະນີວົງ

2. ຮອງຫົວໜ້າພາກ   ອຈ. ປທ. ນ. ຫອມມາລາ ເພັນສີຊະນະວົງ

3. ຮອງຫົວໜ້າພາກ ຊອ. ປທ. ນ. ສຸພັດຊາ ສິງທອງ

4. ລາຍຊື່ອາຈານສອນ

- ປທ ດວງຕາ ມະນີວົງ

- ອຈ. ປທ. ນ. ຫອມມາລາ ເພັນສີຊະນະວົງ

- ຊອ. ປທ. ນ. ສຸພັດຊາ ສິງທອງ

- ຊອ. ປທ. ນ. ບຸດສະບາ ແພງດວງ

- ປທ. ນ. ປາລິດຖາ ລັດສິມມາ

- ປທ. ບຸນຖາວອນ ລາດສະຫວັດ

- ປຕ. ສອນທະວີ ໄຊຍະໂພສີ

- ປຕ ພົງພະສິດ ສຸທໍາມະວົງ

- ປຕ ກອງຈັນ ພຽນນາຈິດ