ພາກວິຊາພາສາຈີນ

        ພາກ​ວິຊາພາສາຈີນ ​ເປັນພາກ​ວິຊາ​ໜຶ່ງ​ທີ່​ສັງກັດ​ຢູ່​ໃນຄະນະ​ອັກສອນສາດ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ໄດ້ເລີ່່ມປະຕິບັດການຮຽນການສອນໃນປີ 2003​ ເປັນຕົ້ນມາ.ປັດຈຸບັນໄດ້ດໍາເນີນການຮຽນການສອນມາແລ້ວທັງໝົດ 15 ຊຸດ.

    ​ພາກ​ວິຊາ​ພາສາ​ຈີນ ໄດ້ມີ​ພົວພັນ​ຈັດ​ຕັ້ງ​ ຜັນ​ຂະຫຍາຍ​ແນວທາງ​ນະ​ໂຍບາຍ​ ຂອງ​ພັກ-​ລັດຖະບານ,​ ແຜນ​ຍຸດ​ທະ​ສາດ​ ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ ກ່ຽວກັບ​ການ​ພັດທະນາ​ ຊັບພະຍາກອນ​ມະນຸດ, ວຽກງານການ​ຄົ້ນຄ້ວາ​ວິທະຍາສາດ,  ການ​ປົກ​ປັກ​ຮັກສາ ​ແລະ ສົ່ງ​ເສີມ​ ສິລະປະ​ວັດທະນະ​ທໍາ​ຂອງຊາດ.

   ພາກ​ວິຊາ​ພາສາ​ຈີນ ເປັນ​ພາກ​ວິຊາໜຶ່ງ​ທີ່ສັງກັດ​ຢູ່​ໃນ​ໂຄງ​ປະກອບ​ການຈັດ​ຕັ້ງ​ ຂອງຄະນະ​ອັກ

ສອນສາດ,  ມະຫາວິທະຍາ​ໄລ​ແຫ່ງ​ຊາດ,  ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການ​ໃຫ້​ແກ່ ຄະນະ​ບໍດີ ​ໃນ​ການຈັດ​ຕັ້ງ​ການ​ຮຽນ-​ການ​ສອນ ດ້ານພາສາຈີນ ​ເພື່ອ​ກໍ່ສ້າງ​ນັກວິຊາການ​ດ້ານ​ພາສາ​ຈີນ,  ນັກ​ຄົ້ນຄວ້າ ​ແລະ ​ໃຫ້ການ​ບໍລິການ​​ດ້ານ​ວິຊາ​ການ​ແກ່​ສັງຄົມ.

ໂຄງປະກອບການຈັດຕັ້ງພາກວິຊາ, ພະແນກວິຊາ, ໜ່ວຍວິຊາ

1. ຫົວໜ້າພາກ     ປທ ນ. ສົມສະນຸກ ດາລາວົງ

2. ຮອງຫົວໜ້າພາກ   ປທ ນ. ເສົາ​ນະຄອນ ທອງ​ມີ​ໄຊ

3. ລາຍຊື່ອາຈານສອນ

- ຊອ ປທ ນ. ສ້ອຍສຸນີ ບົວຍະວົງ

- ປທ ນ. ຕາດໍາ  ວົງໄຊ

- ປທ ນ. ຕິຕາ ທໍ່ຈູ່ເທັ່ງ

- ປທ ສົມ​ໃຈ  ລາວ​ລີ

- ປທ ວັນນະຄອນ ແກ້ວມ່ວງ

- ປທ ເຕັ້ງມົວ ຢາຈົງກາ

- ປທ ຕູ້​ຊົ່ງ  ຈົງ​ເຢຍ​ເບຼຍຕູ້

- ປຕ ໄຊຊະນະ ພົມມະຈັນ

- ປຕ ນ. ຈັນປີງ ທຳມະໂນໄຊ

- Liang jing

- Zheng dong xiao