ພາກວິຊາພາສາ-ວັດທະນະທໍາລາວ


ພາກວິຊາພາສາ-ວັດທະນະທຳລາວ (ພວລ) ແມ່ນພາກວິຊາໜຶ່ງທີ່ຂຶ້ນກັບຄະນະອັກສອນສາດ, ມະຫາ ວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ); ມີຕົ້ນກໍາເນີດມາຈາກການຮວມກັນໃນປີ 1977 ລະຫວ່າງພະແນກວັນນະຄະດີ-ພາສາຕ່າງປະເທດ, ມະຫາວິທະຍາໄລສ້າງຄູວຽງໄຊກັບພະແນກອັກສອນສາດລາວ, ສະຖາບັນອຸດົມສຶກສາວິຊາຄູ ມະຫາວິທະຍາໄລສີສະຫວ່າງວົງໃນເມື່ອກ່ອນ ແລ້ວໄດ້ປ່ຽນຊື່ເປັນພະແນກວັນນະຄະດີ-ພາສາສາດ ຂຶ້ນກັບມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ.ວຽງຈັນ).

   ຕໍ່ມາຈົນຮອດປີ 1996 ມສຄ.ວຽງຈັນ ໄດ້ພັດທະນາເປັນມະຫາວິທະຍາໄລແຫ່ງຊາດ, ພະແນກວັນນະ ຄະດີ-ພາສາສາດກໍໄດ້ປ່ຽນຊື່ເປັນ ພາກວິຊາພາສາລາວ-ວັນນະຄະດີ; ຕົກເຖິງປີ 2005 ໄດ້ປ່ຽນຊື່ເປັນພາກວິຊາພາສາລາວ-ສື່ສານມວນຊົນ ແລະໃນປີ 2017 ສື່ສານມວນຊົນໄດ້ແຍກເປັນພາກວິຊາໃໝ່ຕ່າງຫາກ; ດັ່ງນັ້ນ, ນັບແຕ່ນັ້ນມາຈຶ່ງມີຊື່ວ່າ ພາກວິຊາພາສາ-ວັດທະນະທຳລາວ ຈົນເຖິງປັດຈຸບັນ.


       ພາກວິຊາພາສາ-ວັດທະນະທໍາລາວໃນປັດຈຸບັນແມ່ນສ້າງບຸກຄະລາກອນລະດັບປະລິນຍາຕີສາຂາພາສາ-
ວັດທະນະທໍາລາວ; ລະດັບປະລິນຍາໂທພາສາລາວ, ວັນນະຄະດີລາວ ແລະ ປະລິນຍາເອກສາຂາພາສາ-ວັດທະນະທຳລາວ. ພ້ອມກັນນີ້, ພວກເຮົາຍັງສອນພາສາລາວໃຫ້ນັກສຶກສາຕ່າງປະເທດກ່ອນຈະໄປຮຽນ ຫຼືເຮັດວຽກຂະແໜງ ການອື່ນໃນ ສປປ. ລາວ.


5. ໜ້າທີ່ ແລະ ພາລະບົດບາດຂອງພາກວິຊາ

          ພາກວິຊາພາສາ-ວັດທະນະທໍາລາວເປັນເສນາທິການໃຫ້ແກ່ມະຫາວິທະຍາໄລແຫ່ງຊາດໃນການກໍ່ສ້າງບຸກຄະລາກອນໃຫ້ແກ່ສັງຄົມ ເມື່ອນັກສຶກສາສໍາເລັດການສຶກສາແລ້ວ ກໍສາມາດປະກອບອາຊີບຕາມຂະແໜງການຕ່າງໆໄດ້ຫຼາຍຢ່າງເຊັ່ນ ເປັນນັກຄົ້ນຄວ້າພາສາ, ວັນນະຄະດີ, ວັດທະນະທຳ, ວຽກງານທີ່ກ່ຽວຂ້ອງກັບການຂີດຂຽນຢູ່ຕາມສື່ສິ່ງພິມຕາມສຳນັກງານອົງການຕ່າງໆ ທັງພາກລັດ ແລະເອກະຊົນ. ຖັນແຖວອາຈານສອນໃນ ພວລ ນອກຈາກວຽກງານຄົ້ນຄວ້າສິດສອນຢູ່ໃນພາກວິຊາແລ້ວ ຍັງໄດ້ມີການຮ່ວມມືຄົ້ນຄວ້າ ແລະສິດສອນພາສາລາວ, ວັນນະຄະດີ ແລະວັດທະນະທຳ ຢູ່ຕາມສະຖາບັນຕ່າງໆທັງພາຍໃນ ແລະຕ່າງປະເທດ.ການຮ່ວມມືກັບຕ່າງປະເທດ ພວລ ກໍໄດ້ມີການຮ່ວມມືກັບປະເທດຕ່າງໆເຊັ່ນ ຈີນ, ຍີ່ປຸ່ນ, ໄທ, ຫວຽດນາມ ເປັນຕົ້ນ.

1. ຫົວໜ້າພາກ     

ອຈ. ປທ. ໄມພອນ ດວງພະສີ

2. ຮອງຫົວໜ້າພາກ   

ຮສ. ປທ. ສົມໄພ ວິໄລສັກ

3. ລາຍຊື່ອາຈານສອນ

ສຈ. ປອ. ບົວລີ ປະພາພັນ

ຮສ. ປອ. ບຸນເລີດ ແສງສຸລິນ

ປອ. ໄຊຍະສານ ສຸຄັນທະຄະຕິ

ຮສ. ປທ. ຄໍາຜຸຍ ພົນລືຊາ

ອຈ. ປທ. ບົວພອນ ມາໄລຄຳ

ອຈ. ປທ. ບົວສອນ ທໍາມະຈັກ

ປທ. ສີສະໝຸດ ສີສົມບູນ

ຊອ. ປທ. ສຸກ ໄຊຍະເລີດ

ອຈ. ປຕ. ບຸນໜັກ ພະລະຄອນ

ຊອ. ປຕ. ແສງວັນ ມະນີວົງ

ອຈ. ປທ. ສິນບຸນສີ ສອນພັນ

ປທ. ພັດສະດາ ສຸກຈະເລີນ

ປທ. ຄໍາສີ ຕົ້ນປະເສີດ

ຊອ. ປທ. ວຽງສະຫວັນ ສາຍສຸມາ

ຊອ. ປທ. ຄໍາມະນີ ດວງໄວວັນ

ປທ. ສືບ ສຸລິນຄໍາ

ປອ. ພິດສະພົງ ວົງພະຈັນ

ຊອ. ປທ. ສຸລິກັນ ທໍາມະວົງ

ຊອ. ປທ. ຄໍາເມັດ ໂພຄະສິລິ

ປທ. ຄໍາມາ ສີຫາລາດ

ປທ. ຄໍາຜຸຍ ໂພທິສານ

ປທ. ຈິດຖະໜອມ ວົງສໍາພັນ

ປທ. ຄອນສະຫວັນ ຢ່າງ