● ຊື່ພາສາລາວ: ປະລິນຍາຕີອັກສອນສາດສາຂາພາສາຣັດເຊຍ

● ຊື່ພາສາອັງກິດ: Bachelor of Letters in Russian Language

      ສ້າງບຸກຄະລະກອນໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານພາສາຣັດເຊຍ ເພື່ອນໍາໃຊ້ເຂົ້າໃນວຽກງານທາງດ້ານວິທະຍາສາດ, ວັດທະນະທໍາ, ການສື່ສານ, ການພັດທະນາເສດຖະກິດ-ສັງຄົມທີ່ພຽບພ້ອມໄປດ້ວຍຄຸນນະພາບ, ຄຸນນະທໍາ, ຈະລິຍະທໍາ ແລະ ຄຸນສົມບັດສິນທໍາປະຕິວັດ.

ຈຸດປະສົງຂອງຫຼັກສູດແມ່ນເພື່ອສ້າງນັກສຶກສາໃຫ້:

ພາຍຫລັງຮຽນຈົບຫລັກສູດສາຂາພາສາພາສາຣັດເຊຍແລ້ວ ນັກສຶກສາຈະມີິິຄວາມສາມາດ:

PLO1 ຈໍາແນກ ທິດສະດີ ແລະ ຫລັກການໃນການນໍາໃຊ້ 4 ທັກສະພາສາຣັດເຊຍເຂົ້າໃນວຽກງານຕົວຈິງຢ່າງຖືກຕ້ອງ ແລະ

 ເໝາະສົມ.

 PLO2 ສົມທຽບ ຄວາມແຕກຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບ ພາສາ-ວັດທະນະທໍາຣັດເຊຍ ແລະ ອະລິຍະທໍາລາວ ແລະ ຣັດເຊຍ.

 PLO3 ສະແດງ ຄວາມສາມາດດ້ານພາສາເຂົ້າໃນການຄົ້ນຄິດ, ການແກ້ໄຂບັນຫາ, ການວາງແຜນ, ການສະແດງຄໍາຄິດຄໍາເຫັນດ້ານວິຊາການ, ການນໍາສະເໜີ ແລະ ການຖາມ-ຕອບຢ່າງມີປະສິດທິພາບ.

 PLO4 ໝູນໃຊ້ ເຕັກໂນໂລຢີເຂົ້າໃນວຽກງານຕົວຈິງ, ການຊອກຫາຂໍ໊ມູນ, ການເຮັດບົດຄົ້ນຄວ້າວິທະຍາສາດ ແລະ ການດໍາເນີນຊີວິດປະຈໍາວັນ.       

PLO5 ເລຶອກເຟັ້ນ ຄໍາສັບ, ສໍານວນພາສາຣັດເຊຍໃຫ້ຖຶກຕ້ອງເຂົ້າໃນການສືສານ, ວຽກງານບໍລິຫານ ແລະ ບໍລິການ (ເປັນຜູ້ນໍາທ່ຽວ, ແປເອກະສານ, ແປປາກເປົ່າ ແລະ ການຂຽນເອກະສານທາງການລະດັບພຶ້ນຖານ) ໃຫ້ມີປະສິດຕິພາບ.

PLO6 ນໍາໃຊ້ ຄວາມຮູ້ໃນການໃຊ້ພາສາຣັດເຊຍ 4 ທັກສະ: ຟັງ, ເວົ້າ, ອ່ານ, ຂຽນ ເຂົ້າໃນວຽກງານຕົວຈິງໃຫ້ໄດ້ດີ.

PLO7 ປະຕິບັດ ໜ້າທີ່ວຽກງານຂອງຕົນຢ່າງມີຈັນຍາບັນ, ຈັນຍາທໍາ, ສ້າງການຮຽນຮູ້ເຮັດວຽກງານເປັນໝູ່ຄະນະ ແລະ ມີຄວາມຮັບຜິດຊອບສູງເປັນໄປຕາມ 3 ລັກສະນະ ແລະ 5 ຫຼັກມູນ.

PLO8 ປົກປັກຮັກສາຮິດຄອງປະເພນີອັນດີງາມຂອງຊາດໃວ້ໃຫ້ໝັ້ນຄົງ ແລະ ມີຄວາມຮັກຊາດຢ່າງແຮງກ້າ.