ວິໄສທັດ:
ຄະນະອັກສອນສາດ ເປັນສູນກາງການສຶກສາ ແລະ ຄົ້ນຄວ້າວິທະຍາສາດດ້ານພາສາ, ວັດທະນະທຳ ແລະ ສື່ສານມວນຊົນທີ່ມີຄຸນນະພາບທັງເປັນທີ່ຍອມຮັບຂອງພາກພື້ນ ແລະ ສາກົນ.
ຄຳຂວັນ:
ຮຽນດີ ມີວິໄນ ໃສ່ໃຈຄວາມຮູ້
ເຊີດຊູຈັນຍາບັນ ຍຶດໝັ້ນຄຸນນະພາບ
ບົດບາດໜ້າທີ່
ຄະນະອັກສອນສາດ (ຂຽນຫຍໍ້ວ່າ “ຄອສ“) ມີສຳນັກງານຄະນະບໍດີ ຕັ້ງຢູ່ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ເປັນຄະນະວິຊາໜຶ່ງທີ່ສັງກັດໃນໂຄງປະກອບການຈັດຕັ້ງຂອງ ມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດໃນການຈັດຕັ້ງການຮຽນການສອນ, ການວາງແຜນ ແລະ ການກໍ່ສ້າງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດດ້ານການສຶກສາ, ນັກບໍລິຫານການສຶກສາ, ການອະນຸລັກ ແລະ ສົ່ງເສີມສິລະປະວັດທະນະທຳອັນດີງາມຂອງຊາດກໍຄືຂອງປະຊາຊົນ ບັນດາເຜົ່າ ແລະ ໃຫ້ການບໍລິການດ້ານວິຊາການແກ່ສັງຄົມ ໂດຍພາຍໃຕ້ການຊີ້ນຳຂອງທ່ານອະທິການບໍດີ ມະຫາວິທະໄລແຫ່ງຊາດ.
ຄະນະອັກສອນສາດມີໜ້າທີ່ຕົ້ນຕໍດັ່ງນີ້:
ຈັດຕັ້ງການຮຽນ-ການສອນ ແລະສຶກສາອົບຮົມ
ຈັດຕັ້ງການຄົ້ນຄວ້າວິທະຍາສາດ
ບໍລິການວິຊາການໃຫ້ແກ່ສ້ງຄົມ
ປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳຂອງຊາດ ສົມທົບກັບການຮັບເອົາວັດທະນະທຳອັນດີງາມແລະກ້າວໜ້າຂອງສາກົນຢ່າງມີການເລືອກເຟັ້ນ
ການບໍລິຫານ-ຄຸ້ມຄອງ
ຄະນະນຳຄະນະອັກສອນສາດ
ທ່ານ ອຈ ມີໄຊ ສຸກຈະເລີນ
ຮັກສາການຄະນະບໍດີ
ຄະນະອັກສອນສາດ
ທ່ານ ອຈ ໂພໄຊ ເທບວິໄລວົງ
ຮອງຄະນະບໍດີ ຄະນະອັກສອນສາດ
ທ່ານ ປອ ນາງ ທອງມາລາ ໂພສີຄຳ
ຮອງຄະນະບໍດີ ຄະນະອັກສອນສາດ