ພາກວິຊາພາສາຍີ່ປຸ່ນ
ຄວາມເປັນມາ ພາກວິຊາພາສາຍີ່ປຸ່ນ
ພາກວິຊາພາສາຍີ່ປຸ່ນສ້າງຕັ້ງຂຶ້ນໃນປີ 2003 ເອີ້ນວ່າ “ພະແນກພາສາຍີ່ປຸ່ນ” ເຊິ່ງມະຫາວິທະຍາໄລແຫ່ງຊາດ ເຫັນຄວາມສຳຄັນໃນການສ້າງບຸກຄະລາກອນດ້ານພາສາຍີ່ປຸ່ນ ໃນຫຼັກສູດລະບົບປະລິນຍາຕີ. ເພື່ອຮອງຮັບຄວາມຕ້ອງການຂອງສັງຄົມ.
ຕໍ່ມາໃນເດືອນມິຖຸນາ 2010 ຍົກຖານະຈາກ “ພະແນກວິຊາ” ມາເປັນ “ພາກວິຊາ” ເອີ້ນວ່າ “ພາກວິຊາພາສາຍີ່ປຸ່ນ” ໃນສັງກັດຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດດົງໂດກ.
- ໄດ້ດໍາເນີນການຮຽນການສອນມາແລ້ວທັງໝົດ 20 ລຸ້ນ, ຈົບອອກໄປແລ້ວທັງໝົດ 16 ລຸ້ນ ແລະກໍາລັງຮຽນຢູ່ອີກ 4 ລຸ້ນ.
ຈຸດປະສົງ ພາກວິຊາພາສາຍີ່ປຸ່ນ
ຄໍານຶງເຖິງຄວາມຕ້ອງການຂອງສັງຄົມເປັນສິ່ງສຳຄັນ ໂດຍແນໃສ່ສ້າງນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານພາສາຍີ່ປຸ່ນໃນລະດັບແນ່ນອນໃດໜຶ່ງ ໃຫ້ສາມາດນຳເອົາຄວາມຮູ້ດ້ານພາສາ ແລະ ການຮຽນຮູ້ກ່ຽວກັບຍີ່ປຸ່ນ ໃນການປະກອບອາຊີບ, ເປັນບຸກຄະລາກອນທີ່ດີ, ມີຄຸນນະພາບ, ພຽບພ້ອມດ້ວຍຄຸນສົມບັດ ແລະ ມີຈັນຍາບັນໃນວິຊາຊີບຂອງຕົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຕາມແນວທາງຂອງພັກ ແລະ ລັດວາງອອກ.
ໜ້າທີ່ ແລະ ພາລະບົດບາດ ພາກວິຊາພາສາຍີ່ປຸ່ນ
ເປັນເສນາທິການໃຫ້ແກ່ຄະນະບໍດີ ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ ໃນການບໍລິຫານ ແລະຈັດຕັ້ງການຮຽນ-ການສອນ; ເພື່ອສ້າງ ບຸກຄະລາກອນ ຫຼື ນັກວິຊາການດ້ານພາສາຍີ່ປຸ່ນໃຫ້ແກ່ຂະແໜງ ການ, ອົງການ, ບໍລິສັດ ແລະພາກສ່ວນຕ່າງໆ ທີ່ມີການພົວພັນ ການຮ່ວມມືກັບຍີ່ປຸ່ນ; ຕອບສະໜອງກັບຄວາມຕ້ອງການຂອງຕະຫຼາດແຮງງານ, ການພັດທະນາ ແລະການເຊື່ອມໂຍງກັບພາກພື້ນແລະສາກົນ. ການສ້າງບຸກຄະລາກອນດ້ານພາສາຍີ່ປຸ່ນຂອງພາກວິຊາພາສາຍີ່ປຸ່ນ ຍັງມີບົດບາດສຳຄັນໃນການເປັນຂົວຕໍ່ສຳລັບການພົວພັນ ແລະການຮ່ວມມືທີ່ເປັນມູນເຊື້ອ ແລະຄວາມເຂົ້າໃຈອັນດີລະຫວ່າງສອງຊາດລາວ ແລະຍີ່ປຸ່ນ.
ໂຄງປະກອບການຈັດຕັ້ງພາກວິຊາ
1. ຄະນະພາກ
1. ຮອງຫົວໜ້າພາກ ອຈ. ປອ. ນ. ມະໄລຄໍາ ໄຊຍະກອນ
2. ຮອງຫົວໜ້າພາກ ອຈ. ປທ. ນ. ພູຄໍາ ຂັນທະວົງໄຊ
3. ລາຍຊື່ອາຈານສອນ
- ປທ ນ. ພອນມີນາ ວັນນະໂສພາ
4. ລາຍຊື່ ຊ່ຽວຊານ ຍີ່ປຸ່ນ
- Ms. KOMATSUBARA Naho (ໃນສົກຮຽນ 2020-2023)