ຊື່ພາກສ່ວນ: ພາກວິຊາພາສາຫວຽດ
ຄວາມເປັນມາຂອງພາກ
ພາກວິຊາພາສາຫວຽດສ້າງຕັ້ງຂຶ້ນໃນປີ 2003 ໃນເວລານັ້ນເອີ້ນວ່າ “ພະແນກວິຊາພາສາ ຫວຽດ-ຈີນ” (ໝາຍຄວາມວ່າມີໜ້າທີ່ຄຸ້ມຄອງ 2 ຫຼັກສູດໄປພ້ອມໆກັນ). ພະແນກວິຊາພາສາ ຫວຽດ-ຈີນ ໄດ້ເປີດ ການຮຽນ-ການສອນ ໃນສົກປີ 2003-2004 ໃນຫຼັກສູດປະລິນຍາຕີ. ກ້າວເຂົ້າສູ່ສົກຮຽນ 2004-2005 ພະແນກພາສາຫວຽດ ແລະ ພະແນກພາສາຈີນ ໄດ້ແຍກອອກເປັນ 2 ພະແນກວິຊາຕ່າງຫາກ. ຕໍ່ມາໃນປີ 2010 ຂັ້ນເທິງໄດ້ຕົກລົງໃຫ້ເປັນພາກວິຊາພາສາຫວຽດ ໃນສັງກັດຄະນະອັກສອນສາດ, ມະຫາວິທະຍາໄລ ແຫ່ງຊາດ ວິທະຍາເຂດດົງໂດກ.
ຈຸດປະສົງ ພາກ, ພະແນກ, ໜ່ວຍວິຊາ
- ເພື່ອກໍ່ສ້າງພະນັກງານນຳທ່ຽວພາສາຫວຽດ, ນັກແປພາສາຫວຽດ, ພະນັກງານຫ້ອງການພາສາ ຫວຽດ ແລະ ນັກວິຊາການໃນຂະແໜງການນຳໃຊ້ພາສາຫວຽດ ສາມາດຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
- ສ້າງໃຫ້ນັກສຶກສາມີແນວຄິດ, ຄຸນສົມບັດ, ສິນທຳປະຕິວັດ, ທັດສະນະການເມືອງທີ່ຖືກຕ້ອງ, ມີແນວຄິດ ຮັກຊາດ, ຮັກລະບອບໃຫມ່, ມີຄວາມຈົງຮັກພັກດີຕໍ່ລັດຖະບານ, ມີຄວາມສາມັກຄີບັນດາເຜົ່າ, ຮູ້ຊ່ວຍເຫຼື່ອເຊິ່ງ ກັນ ແລະກັນ, ຮູ້ຮັກ ແລະອະນຸລັກຮີດຄອງປະເພນີອັນດີງາມຂອງຊາດ ແລະມີຄວາມພູມໃຈໃນຄວາມເປັນຊາດລາວ.
- ສ້າງໃຫ້ນັກສຶກສາມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ມີຈັນຍາບັນ, ຮັກອາຊີບຂອງຕົນເອງກ່ຽວ ກັບສາຂາພາສາຫວຽດ.
- ຜູ້ສຳເລັດການສຶກສາໃນສາຂາວິຊານີ້ ສາມາດເຮັດວຽກນຳບໍລິສັດທ່ອງທ່ຽວ, ອົງການຕ່າງໆຂອງຫວຽດ ແລະ ອົງການຂອງລັດຖະບານຫວຽດ ຕາມນະໂຍບາຍການພົວພັນສາກົນຂອງລັດຖະບານ. ຜູ້ສຳເລັດການສຶກສາ ຕາມຫຼັກສູດດັ່ງກ່າວ ສາມາດຄົ້ນຄ້ວາລົງເລິກ ຂະແໜງວິຊາໃນລະດັບທີ່ສູງກວ່າ ໃນສາຂາວິຊາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ.
ໜ້າທີ່ ແລະ ພາລະບົດບາດ ພາກ, ພະແນກ, ໜ່ວຍວິຊາ
ພາກວິຊາພາສາຫວຽດ ຂຽນຫຍໍ້ວ່າ “ພພວ” ເປັນພາກວິຊາໜຶ່ງ, ຊຶ່ງສັງກັດຢູ່ໃນໂຄງປະກອບການ ຈັດຕັ້ງຂອງຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດ ໃນການຈັດຕັ້ງການຮຽນ-ການສອນໃນຫຼັກສູດປະລິນຍາຕີ, ຈັດຕັ້ງກິດຈະກຳການເຄື່ອນໄຫວດ້ານຕ່າງໆ ແລະ ການຮ່ວມມືກັບຝ່າຍຫວຽດນາມ ພາຍໃຕ້ການຊີ້ນຳຂອງ ຄະນະອັກສອນສາດ. ເປົ້າໝາຍຂອງຫຼັກສູດ ແມ່ນຄຳນຶງເຖິງຄວາມຕ້ອງການຂອງສັງຄົມເປັນສິ່ງສໍາຄັນ ໂດຍແນໃສ່ສ້າງນັກສຶກສາ ໃຫ້ມີຄວາມຮູ້ຄວາມສາມາດ ທາງດ້ານພາສາຫວຽດລະດັບແນ່ນອນໃດໜຶ່ງ ໃຫ້ສາມາດນຳເອົາຄວາມຮູ້ ດ້ານພາສາຫວຽດ ແລະ ການຮຽນຮູ້ກ່ຽວກັບຫວຽດນາມ ເພື່ອສ້າງໂອກາດໃນການປະກອບອາຊີບ, ເປັນບຸກຄະລາກອນທີ່ດີ, ມີຄຸນນະພາບ, ພຽບພ້ອມດ້ວຍຄຸນສົມບັດ ແລະ ມີຈັນຍາບັນໃນວິຊາຊີບຂອງຕົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຕາມແນວທາງຂອງ ພັກ ແລະ ລັດ ວາງອອກ.
ໂຄງປະກອບການຈັດຕັ້ງພາກວິຊາ, ພະແນກວິຊາ, ໜ່ວຍວິຊາ
ຫົວໜ້າພາກ ຊື່ ແລະນາມສະກຸນ
ປທ. ນາງ ມຸກສີຄາມ ເຂັມດີ
ຮອງຫົວໜ້າພາກ ຊື່ ແລະນາມສະກຸນ
ຊຈ. ປທ. ນາງ ລັນນີ ເພັດນີອອນ
3. ອາຈານສອນ ຊື່ ແລະນາມສະກຸນ
- ປທ. ນາງ ມຸກສີຄາມ ເຂັມດີ
- ຊຈ.ປທ. ນາງ ລັນນີ ເພັດນີອອນ
- ປທ. ນາງ ດູໄວ ບຸດດາຮ່າວ
- ປທ. ນາງ ນຸ່ນທອງ ດວງບຸດດີ