ພາກວິຊາພາສາເຢຍລະມັນ

ນັບແຕ່ປີ 1981 - 1992 ພາສາເຢຍລະມັນໄດ້ຈັດການຮຽນການສອນຢູ່ທີ່ ມະຫາວິທະຍາໄລ ສ້າງຄູວຽງຈັນ (ມສຄ) ເພື່ອສ້າງຄູພາສາເຢຍລະມັນ ສະໜອງໃຫ້ສູນຕຽມພາສາໄປຕ່າງປະເທດ (ສູນຫຼັກ 2), ນັກແປພາສາ ແລະ ນັກພາສາສາດ ໃນສະໄໝນັ້ນ. ມີຈຳນວນນັກສຶກສາປະມານ 25 ຄົນຕໍ່ຊັ້ນຮຽນໂດຍໄດ້ຮັບການຊ່ວຍເຫຼືອທາງວິຊາການ ແລະ ຊ່ຽວຊານຈາກປະເທດເຢຍລະມັນຕາເວັນອອກໃນເມື່ອກອ່ນ ຈຳນວນ 8 ຄົນ (DDR) ອາຈານລາວ 3 ຄົນ. ຫຼັງຈາກເຢຍລະມັນໂຮມປະເທດເຂົ້າກັນ ໃນເດືອນ ຕຸລາ ປີ 1990 ເປັນສາທາລະນາລັດ ສະຫະພັນເຢຍລະມັນ ແລະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ພະແນກພາສາເຢຍລະມັນ ໂດຍສົ່ງຊ່ຽວຊານ ອົງການແລກປ່ຽນວິທະຍາສາດເຢຍລະມັນ DAAD (German Academe Exchange Service) ຈຳນວນ 1 ທ່ານ ແລະ ຜຼ້ຊ່ວຍຊ່ຽວຊານອີກ 1 ທ່ານ ມາປະຈຳ ລວມ ເປັນ 9 ເທື່ອຄົນ ທີ່ ມຊ ຈົນຮອດປີ 2012 ຈຶ່ງຖອນກັບຄືນ ຍ້ອນງົບປະມານຖືກຕັດ ໄປຊ່ວຍທາງອື່ນ ແລະ ເຮັດໃຫ້ຂາດອາຈານທີ່ເປັນພາສາແມ່ນັບແຕ່ນັ້ນເປັນຕົ້ນມາ.

1. ກະຊວງການຕ່າງປະເທດ, 2. ບໍລິສັດທ່ອງທ່ຽວ, 3. ໂຄງການຂອງເຢຍລະມັນ, 4. ເຮັດທຸລະກິດສ່ວນຕົວ, 5 ຄູພາສາເຢຍລະມັນລຸ້ນສືບຖອດ, 6. ແຕ່ງງານກັບຄົນເຢຍລະມັນ, ແລະ 7. ສະຖານທູດເຢຍລະມັນ

ພາກວິຊາ ພາສາເຢຍລະມັນ ຂຽນຫຍໍ້ວ່າ ‘ພຢ’ ເປັນພາກວິຊາໜຶ່ງ, ຊຶ່ງສັງກັດຢູ່ໃນໂຄງປະກອບການຈັດຕັ້ງຂອງຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍດີ ໃນການຈັດຕັ້ງການຮຽນ-ການສອນ ເພື່ອກໍ່ສ້າງນັກວິຊາການ ດ້ານພາສາເຢຍລະມັນ, ນັກຄົ້ນຄ້ວາ ແລະ ໃຫ້ການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມ.

1. ຫົວໜ້າພາກ     ປທ. ສອນຄຳ ແສນຄຳຕາ

2. ຮອງຫົວໜ້າພາກ  ປທ. ບຸນໄຊ ເຮືອງຈັນທະວົງ

3. ຮອງຫົວໜ້າພາກ ປທ. ນ. ຍິນຫຼ້າ ຢາງຈັນດີ

4. ລາຍຊື່ອາຈານສອນ

- ປທ. ສອນຄໍາ ແສນຄໍາຕາ

- ປທ. ນ. ຍິນຫຼ້າ ຢາງຈັນດີ

- ປທ. ບຸນໄຊ ເຮືອງຈັນທະວົງ

- ປຕ. ສຸກກະສັນ ທຳມະວົງ

- ປຕ. ສອນມີໄຊ ໝື່ນບຸນມະວົງ

- ປຕ. ອຸໄລວັນ ພົມມະຫາໄຊ