ພະແນກການເງິນ-ຊັບສິນ
ຄວາມເປັນມາ
ພະແນກການເງິນ-ຊັບສິນ ນັບແຕ່ສ້າງຕັ້ງຂື້ນເປັນ ຄະນະອັກສອນສາດ ໃນປີ 2000 ແມ່ນເປັນໜ່ວຍງານທີ່ສັງກັດພະແນກບໍລິຫານ-ສັງລວມ, ມາຮອດ ພຶດສະພາ 2008 ໄດ້ແຍກໂຕອອກຈາກພະແນກບໍລິຫານ-ສັງລວມ ເປັນພະແນກການເງິນ-ຊັບສິນ ຈົນເຖິງປັດຈຸບັນ.
ຈຸດປະສົງ
ເພື່ອເປັນເສນາທິການໃຫ້ແກ່ຄະນະນຳ ຄະນະບໍດີ ຄະນະອັກສອນສາດ.
ເພື່ອປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ ຫ້ອງການແຜນການ-ການເງິນ ມຊ, ຄັງເງິນແຫ່ງຊາດ, ພະແນກຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ.
ເພື່ອຂື້ນແຜນງົບປະມານ ລາຍຮັບ -ລາຍຈ່າຍ ສະຫຼຸບແຜນງົບປະມານລາຍຮັບ -ລາຍຈ່າຍ.
ເພື່ອບໍລິການ ຮັບຄ່າຮຽນນັກສຶກສາຫຼັງປະລິນຍາຕີ, ປະລິນຍາຕີ ແລະຮຽນບຳລຸງຕ່າງໆ, ຈ່າຍເບ້ຍລ້ຽງນັກສຶກສາປະລິນຍາຕີ.
ເພື່ອຮັບ,ຖອນຈ່າຍ ຕາມໃບຂໍຖອນຕ່າງໆ, ພົວພັນກັບພະແນກ, ພາກວິຊາ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ.
ທີ່ຕັ້ງ ແລະພາລະບົດບາດ
ພະແນກການເງິນ-ຊັບສິນ “ພງກ” ແມ່ນພະແນກເສນາທິການໜຶຶ່ງທີ່ຂື້ນກັບຄະນະອັກສອນສາດ ມີພາລະບົດບາດໃນການຂຸດຄົ້ນ ແລະ ຄຸ້ມຄອງທຸກສິ່ງທີ່ຢູ່ໃນຂອບເຂດ ຄະນະອັກສອນສາດ ຜ່ານການບໍລິການວິຊາການ, ບໍລິການຊັບສິນຂອງຄະນະອັກສອນສາດໃຫ້ແກ່ບຸກຄົນ, ສ່ວນລວມ ເຊັ່ນ: ບັນຊີ, ເງິນສົດ, ເງິນຝາກ, ເງິນໂຄງການຕ່າງໆ ແລະ ອາຄານສະຖານທີ່, ສິ່ງປຸກສ້າງ, ວັດຖຸອຸປະກອນ, ການປະມູນກໍ່ສ້າງສ້ອມແປງ, ການຈັດຊື້, ການເກັບລາຍຮັບ ແລະ ຄ່າບໍລິການຕ່າງໆ. ພາລະບົດບາດດັ່ງກ່າວແມ່ນໄດ້ຈັດຕັ້ງປະຕິບັດພາຍໃຕ້ການເປັນເສນາທິການໃຫ້ຄະນະນຳ ຄະນະອັກສອນສາດ, ໂດຍອີງໃສ່ແຜນຫຼື ໄປຕາມນິຕິກຳໃນການປະຕິບັດລະບຽບຫຼັກການຂອງຫ້ອງການແຜນການ ແລະການເງິນຂັ້ນໜື່ງ ຂອງມະຫາວິທະຍາໄລແຫ່ງຊາດ, ກໍຄືກະຊວງການເງິນທີ່ວາງອອກ.
ໜ້າທີ່ ແລະ ພາລະກິດ, ກິດຈະກຳຂອງພະແນກ
ກ. ໜ້າທີ
1. ຈັດຕັ້ງປະຕິບັດນະໂຍບາຍການເງິນ,ແຜນຍຸດທະສາດ,ແຜນງົບປະມານແຫ່ງລັດ ຕາມກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງໃນແຕ່ລະໄລຍະ.
ຄຸ້ມຄອງແຜນງົບປະມານປະຈຳປີ ຕາມແຜນທີ່ຫົວໜ່ວຍງົບປະມານ ຂັ້ນ 1 ມຊ ແຈ້ງໃຫ້.
ສ້າງລະບຽບຄຸ້ມຄອງການເງິນ,ການບັນຊີພາຍໃນຫົວໜ່ວຍງົບປະມານຂອງຕົນໃຫ້ເປັນເອກະພາບ ກັບແຜນງົບປະມານ ຂັ້ນ 1 ມຊ.
ສັງລວມເອກະສານ,ຈັດຕັ້ງປະຕິບັດ ແລະ ສະຫຼຸບງົບປະມານທີ່ຂື້ນກັບຄວາມຮັບຜິດຊອບຂອງຕົນເພື່ອລາຍງານໃຫ້ໜ່ວຍງານງົບປະມານ ຂັ້ນ 1 ມຊ
ສ້າງແຜນລາຍຮັບປະຈຳປີຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ມີຄວາມຮັບຜິດສອບຕໍ່ແຜນງານປະຈຳງວດ, ປະຈຳປີ.
ສັງລວມແຜນລາຍຮັບຄ່າບໍລິການທາງດ້ານວິຊາການ, ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້ໃຫ້ໄປຕາມຄວາມອາດສາມາດດ້າຍລາຍຮັບ ແລະ ຄວາມຈຳເປັນຂອງວຽກງານຕົວຈິງ ບົນຈິດໃຈປະຢັດ ຕ້ານການຟຸມເຟືອຍ ໂດຍຮັກສາຕົວເລກເພດານຂອງປີຜ່ານມາໄວ້ເພື່ອນຳສົ່ງເຂົ້າງົບປະມານໃນປີຕໍ່ໄປ.
ສ້າງ ແລະ ຈັດແບ່ງແຜນ, ສະຫຼຸບລາຍຈ່າຍບໍ່ຖືກພາກຖືກຮ່ວງ, ເນື້ອໃນບໍ່ແທນເໝາະກັບພາກລາຍຈ່າຍເພື່ອລາຍງານ ການເງິນ ຂັ້ນ 1 ມຊ ຫຼື ຜູ້ມີສິດສັ່ງການພິຈາລະນາ.
ກະກຽມເອກະສານ ຈັດລຽງລາຍຈ່າຍການເງິນທີ່ປະຕິບັດສຳເລັດ ສົ່ງໃຫ້ການເງິນ ຂັ້ນ 1 ມຊ ເພື່ອກວດກາຫຼັງຈ່າຍຕາມລະບຽບການ ປະຈຳງວດ 6 ເດືອນ, 9 ເດືອນ ແລະ 1 ປີ.
ເກັບຮັກສາເອກະສານການເງິນທີ່ໄດ້ຈັດຕັ້ງປະຕິບັດແລ້ວ ເພື່ອເປັນຂໍ້ມູນໃນການກວດສອບ, ກວດກາ
ສ້າງແຜນເງິນສົດແຮຄັງເພື່ອກຸ້ມຕົນເອງ, ສະຫຼຸບເບີກຈ່າຍອອກຄັງ, ຫາກຫຼຸດລົງຮອດ 30-50% ໃຫ້ສະເໜີຜູ້ສັ່ງການຖອນເງິນສົດເຂົ້າແຮ່ຄັງ ບໍ່ໃຫ້ເກີນ 20% ຂອງແຜນປີ ຫຼື ງວດ.
ຈັດເກັບຄ່າບໍລິການທາງດ້ານວິຊາການ ແລະ ການນຳໃຊ້ງົບປະມານ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ.
ສະເໜີຄະນະບໍດີພິຈາລະນາ, ອະນຸມັດ, ປັບປຸງ, ຍົກເລີກເອກສານ, ລົບລ້າງ, ໃບບິນ, ນິຕິກຳ, ຂໍ້ຕົກລົງ ແລະ ເອກະສານອື່ນໆທີ່ບໍ່ສອດຄ່ອງກັບລະບຽບການເງິນວ່າງອອກ.
ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ ຫຼື ຜູ້ຊີ້ນຳວຽກງານການເງິນ.
ຂ. ພາລະກິດ,ກິດຈະກຳຂອງພະແນກ
1. ສ້າງແຜນລາຍຮັບ-ລາຍຈ່າຍງົບປະມານ.
2. ຄຸ້ມຄອງການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານ.
3. ຄຸ້ມຄອງບັນຊີເງິນເດືອນ/ເງິນອຸດໜຸນ.
4. ຄົ້ນຄວ້າສ້າງລະບຽບການ, ສ້າງແຜນງົບປະມານລາຍຮັບ-ລາຍຈ່າຍ, ການບໍລິຫານ,ການຄຸ້ມຄອງ ງົບປະມານຂອງ ຄະນະອັກສອນສາດ.
5. ສ້າງແຜນງົບປະມານປະຈຳປີຂອງຄະນະອັກສອນສາດ ໂດຍສັງລວມກັ່ນກອງຈາກແຜນງົບປະມານລາຍຮັບວິຊາການ ແລະ ແຜນລາຍຈ່າຍທັງໝົດຂອງບັນດາພະແນກ, ພາກວິຊາພາຍໃນຄະນະອັກສອນສາດ.
6. ແບ່ງປັນ ຫຼື ຊີ້ແຈງງົບປະມານປະຈຳປີພາຍຫຼັງທີ່ໄດ້ຮັບອະນຸມັດຈາກກະຊວງການເງິນໃຫ້ພາກສ່ວນຕ່າງໆພາຍໃນຄະນະອັກສອນສາດ ຕາມລະບຽບ ແລະຕາມທິດຊີ້ນຳຂອງຄະນະບໍດີ ຄະນະອັກສອນສາດ.
7. ສ້າງແຜນດັດແກ້ງົບປະມານ 6 ເດືອນທ້າຍປີພາຍຫຼັງໄດ້ປະຕິບັດໄປ 6 ເດືອນຕົ້ນປີ.
8. ສ້າງແຜນຂໍອະນຸມັດຈ່າຍງົບປະມານປະຈຳງວດສຳລັບບໍລິຫານ, ເງິນເດືອນ,ເງິນເບັ້ຍລ້ຽງ.
9. ຕິດຕາມ, ກວດກາການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍຕ່າງໆໃຫ້ຖືກຕ້ອງໄປຕາມຕົວເລກໃນແຜນ ແລະຮ່ວງທີ່ໄດ້ອະນຸມັດແລ້ວ.
10. ສະຫຼຸບສັງລວມການຈັດຕັ້ງປະຕິບັດລາຍຮັບ-ລາຍຈ່າຍງົບປະມານປະຈຳເດືອນ, 3 ເດືອນ, 6 ເດືອນ, 9ເດືອນ,ປະຈຳງວດເພື່ອລາຍງານການເງິນຂັ້ນ 1 ຕາມລະບຽບຫຼັກການເງິນ.
11. ສ້າງບັນຊີຈຳນວນເງິນພະນັກງານຮັບເງິນເດືອນ, ຈຳນວນນັກສຶກສາຮັບເບັ້ຍລ້ຽງປະຈຳເດືອນ, ປະຈຳງວດ ແລະ ປະຈຳປີນຳສະເໜີການເງິນຂັ້ນ 1 ແລະ ເພືອຂໍອະນຸມັດຈ່າຍເປັນແຕ່ລະງວດຈາກກະຊວງການເງິນ.
12. ຄິດໄລ່ເງິນນະໂຍບາຍຕ່າງໆ ເຊັ່ນ: ຮັບໃຊ້ກອງປະຊຸມ, ໄປວຽກທາງການ, ເງິນອຸດໜູນ, ເງິນເຮັດວຽກນອກໂມງລັດຖະການ.
ໂຄງປະກອບການຈັດຕັ້ງ