ພະແນກການສຶກສາຫຼັງປະລິນຍາຕີ
ຄວາມເປັນມາຂອງພະແນກການສຶກສາຫຼັງປະລິນຍາຕີ
ຄະນະອັກສອນສາດປະກອບດ້ວຍ 6 ພະແນກທີ່ຂື້ນກັບສຳນັກຄະນະບໍດີ ໂດຍມີໜ້າທີ່ເປັນເສນາທິການໃຫ້ຄະນະນຳ ຄະນະອັກສອນສາດ ຕາມຂໍ້ຕົກລົງແຕ່ງຕັ້ງຂອງອະທິການບໍດີວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງຄະນະອັກສອນສາດ ສະບັບເລກທີ 844/ມຊ.ຈຕ, ລົງວັນທີ 28 ກຸມພາ 2013. ພະແນກການສຶກສາຫຼັງປະລິນຍາຕີແມ່ນຢູ່ພາຍໃຕ້ການຊີ້ນຳ - ນຳພາຂອງຮອງຄະນະບໍດີ ຜູ້ຊີ້ນຳວຽກງານການສຶກສາຫຼັງປະລິນຍາຕີ. ພະແນກການສຶກສາຫລັງປະລິນຍາຕີ ມີໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຫຼັກສູດໃນລະດັບຫຼັງປະລິນຍາຕີໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີ ເພື່ອຮັບປະກັນການຈັດຕັ້ງ ການປະຕິບັດຕາມມາດຕະຖານຫຼັກສູດແຫ່ງຊາດ ໃນລະດັບຫຼັງປະລິນຍາຕີຢ່າງມີປະສິດທິພາບ ແລະ ປະສິດທິຜົນທີ່ດີ.
ຈຸດປະສົງຂອງພະແນກ
ເພື່ອເປັນເສນາທິການໃຫ້ແກ່ຄະນະນຳ ຄະນະອັກສອນສາດໃນການບໍລິຫານ, ຄຸ້ມຄອງວຽກງານການສຶກສາ ລະດັບຫຼັງປະລິນຍາຕີ;
ຊຸກຍູ້, ສົ່ງເສີມ ແລະ ສ້າງນັກສຶກສາໃຫ້ກາຍເປັນນັກວິຊາການທາງດ້ານພາສາ-ວັດທະນະທຳລາວ, ພາສາລາວ, ວັນນະຄະດີລາວ, ພາສາຕ່າງປະເທດຕ່າງໆ ເຊັ່ນວ່າ: ພາສາອັງກິດ ແລະ ພາສາອັງກິດ ສໍາລັບການສື່ສານ, ພາສາຈີນ, ພາສາຍີ່ປຸ່ນ, ພາສາເກົາຫຼີ, ພາສາຫວຽດນາມ, ພາສາຝຣັງ, ພາສາເຢຍລະມັນ ແລະ ພາສາອື່ນໆ. ນອກຈາກນັ້ນ, ຍັງໃຫ້ການບໍລິການວິຊາການແກ່ສັງຄົມ ແລະ ຊຸກຍູ້ສົ່ງເສີມການຄົ້ນຄວ້າວິທະຍາສາດດ້ານພາສາສາດ ແລະ ວັດທະນະທຳ;
ສະໜອງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຮຽນ - ການສອນໃນລະດັບຫຼັງປະລິນຍາຕີ; ແລະ
ສົ່ງເສີມການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້້ອ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມທັງເລືອກເຟັ້ນ ແລະ ຮັບເອົາວັດທະນະທຳທີ່ກ້າວໜ້າ ແລະ ຍອດຍິ່ງຂອງພາກພື້້ນ ແລະ ສາກົນເຂົ້າໃນການພັດທະນາ ຄະນະອັກສອນສາດ.
ທີ່ຕັ້ງ ແລະ ພາລະບົດບາດຂອງພະແນກ
ພະແນກການສຶກສາຫຼັງປະລິນຍາຕີ ຂຽນດ້ວຍອັກສອນຫຍໍ້ “ພຫຼປຕ” ເປັນກົງຈັກຄຸ້ມຄອງວຽກງານການສຶກສາ ຫຼັງປະລິນຍາຕີ ເປັນພະແນກບໍລິຫານໜຶ່ງເຊິ່ງນອນໃນກົງຈັກບໍລິຫານຂອງຄະນະອັກສອນສາດ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະນະບໍດີ ຄະນະອັກສອນສາດ ໃນການຊີ້ນຳ, ນຳພາ, ຊຸກຍູ້, ສົ່ງເສີມການຮຽນ - ການສອນໃນລະດັບຫຼັງປະລິນຍາຕີ ແລະ ພັດທະນາຫຼັກສູດຕ່າງໆຕາມເງື່ອນໄຂຂອງພາກວິຊາພາຍໃນຄະນະອັກສອນສາດ ເພື່ອກໍ່ສ້າງນັກວິຊາການດ້ານພາສາ - ວັດທະນະທຳລາວ, ພາສາລາວ, ວັນນະຄະດີລາວ, ການສອນພາສາອັງກິດ - ພາສາຕ່າງປະເທດ, ພາສາອັງກິດ ສໍາລັບການສື່ສານ ແລະ ການບໍລິຫານ ແລະ ສາຂາອື່ນໆ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ - ສັງຄົມຂອງຊາດໃນແຕ່ລະໄລຍະ.
ໜ້າທີ່, ຂອບເຂດສິດ ແລະ ພາລະກິດຂອງພະແນກ
ກ. ໜ້າທີ່ຂອງພະແນກການສຶກສາຫຼັງປະລິນຍາຕີ
ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ກົດລະບຽບ, ມະຕິ, ຄຳສັ່ງ, ກົດໝາຍ, ທິດທາງແຜນການ, ແຜນຢຸດທະສາດ ເພື່ອສ້າງເປັນແຜນພັດທະນາວຽກງານການສຶກສາຫຼັງປະລິນຍາຕີໃນແຕ່ລະໄລຍະ ຢ່າງເໝາະສົມ;
ສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບການຄຸ້ມຄອງ - ບໍລິຫານຫຼັກສູດລະດັບຫຼັງປະລິນຍາຕີ ພາຍໃນຄະນະອັກສອນສາດ;
ເປັນເສນາທິການ ໃຫ້ແກ່ຄະນະນຳ ຄະນະອັກສອນສາດໃນການກວດກາການປະຕິບັດການບໍລິຫານ - ຄຸ້ມຄອງ ຫຼັກສູດລະດັບຫຼັງປະລິນຍາຕີ ໃຫ້ມີຄວາມເປັນເອກະພາບພາຍໃນຄະນະວິຊາ;
ຮວບຮວມເອກະສານປະກອບການສອນ, ປື້ມຕຳລາປະກອບການສອນໃນແຕ່ລະຫຼັກສູດ ແລະ ບົດວິທະຍານິພົນ ຂອງນັກສຶກສາ ເພື່ອຮັກສາໄວ້ເປັນຄັງຂໍ້ມູນການຮຽນ - ການສອນຂອງຄະນະວິຊາ;
ຕິດຕາມຂໍ້ມູນ, ສະຖິຕິ ແລະ ສ້າງຖານຂໍ້ມູນນັກສຶກສາ ລະດັບຫຼັງປະລິນຍາຕີໃນແຕ່ລະສົກສຶກສາ;
ສົ່ງເສີມການສ້າງ ແລະ ພັດທະນາຫຼັກສູດ, ສື່ການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດດ້ານພາສາ - ວັດທະນະທຳລາວ, ພາສາລາວ, ວັນນະຄະດີລາວ, ແລະ ການສອນພາສາອັງກິດ -ພາສາຕ່າງປະເທດ ແລະ ພາສາອັງກິດ ສຳລັບການສື່ສານ ແລະ ການບໍລິຫານ;
ກຳນົດຄ່າຊົ່ວໂມງສອນ, ຮ່ວງບໍລິຫານ ຫຼັກສູດລະດັບຫຼັງປະລິນຍາຕີ ໃຫ້ຖືກຕາມຂໍ້ກຳນົດ ແລະ ລະບຽບການຂອງ ມຊ;
ຄົ້ນຄວ້າ ແລະ ນຳສະເໜີ ການຂໍປ້ອງກັນຫົວຂໍ້, ການລາຍງານຄວາມຄືບໜ້າການຂຽນວິທະຍານິພົນ ແລະ ການປ້ອງກັນວິທະຍານິພົນໃຫ້ຖືກຕ້ອງຕາມປະຕິທິນການສຶກສາຂອງ ມຊ;
ຕິດຕາມການຮຽນ-ການສອນ, ຄຸ້ມຄອງ ແລະ ປະເມີນຜົນການຮຽນ-ການສອນຂອງຫຼັກສູດ ລະດັບຫຼັງປະລິນຍາຕີ;
ສົ່ງເສີມ ແລະ ຊຸກຍູ້ການຮຽນ - ການສອນ ຄຽງຄູ່ກັບການປະຕິບັດມາດຕະການຕ່າງໆ ໃນການປະກັນຄຸນນະພາບ ການສຶກສາ;
ຂື້ນແຜນງົບປະມານຮັບໃຊ້ວຽກງານການສຶກສາຫຼັງປະລິນຍາຕີ ປະຈໍາປີ ແລະ ຄາດຄະເນລາຍຮັບວິຊາການຂອງຫຼັກສູດ ລະດັບຫຼັງປະລິນຍາຕີ;
ເຜີຍແຜ່, ຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ຄູສອນ ສະໝັກຂໍຕໍາແໜ່ງວິຊາການຄູໃນແຕ່ລະໄລຍະໃຫ້ເພີ່ມຂື້້ນ;
ເກັບກຳສະຖິຕິດ້ານຄຸນນະວຸດການສຶກສາ ແລະ ຕຳແໜ່ງວິຊາການຄູຂອງຄູສອນ ແລະ ພະນັກງານພາຍໃນຄະນະວິຊາ ເພື່ອເປັນຂໍ້ມູນ ແລະ ປະກອບສ່ວນຊຸກຍູ້ໃນການຮຽນ - ການສອນໃນລະດັບຫຼັງປະລິນຍາຕີ; ແລະ
ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະນຳ ຄະນະບໍດີ.
ຂ. ຂອບເຂດສິດ
ຄົ້ນຄວ້າ ແລະ ສະເໜີເເຜນພັດທະນາຫຼັກສູດການສຶກສາຫຼັງປະລິນຍາຕີ ຂອງຄະນະອັກສອນສາດ;
ສະເໜີຄະນະບໍດີຄະນະອັກສອນສາດ ພິຈາລະນາອະນຸມັດ, ປັບປຸງ, ສ້າງ ຫຼື ຍົກເລີກບັນດານິຕິກໍາ, ຂໍ້ຕົກລົງ, ຂໍ້ກຳນົດ ແລະ ເອກະສານອື່ນໆຂອງພະແນກທີ່ເຫັນວ່າບໍ່ແທດເໝາະ ແລະ ບໍ່ສອດຄ່ອງກັບວຽກງານການສຶກສາຫຼັງປະລິນຍາຕີໃນປັດຈຸບັນ;
ຄົ້ນຄວ້າ ແລະ ສະເໜີການປະເມີນຫຼັກສູດການສຶກສາຫຼັງປະລິນຍາຕີ ຕາມຂໍ້ກໍານົດຂອງມາດຕະຖານຫຼັກສູດການ ສຶກສາຫຼັງປະລິນຍາຕີ ສະບັບປັບປຸງຈາກກະຊວງສຶກສາທິການ ແລະ ກິລາ;
ປະກອບສ່ວນສ້າງລາຍຮັບທາງດ້ານວິຊາການດ້ວຍຮູບແບບຕ່າໆ ທີ່ຖືກຕ້ອງຕາມລະບຽບການຂອງມະຫາວິທະຍາໄລແຫ່ງຊາດ ແລະ ລະບຽບກົດໝາຍ;
ສະເໜີອະນຸມັດງົບປະມານ ໃຫ້ແກ່ການຈັດຕັ້ງປະຕິບັດຫຼັກສູດການສຶກສາຫຼັງປະລິນຍາຕີ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງຕາມລະບຽບການເງິນ ຂອງມະຫາວິທະຍາໄລແຫ່ງຊາດ ແລະ ກະຊວງການເງິນວາງອອກ;
ຕິດຕາມ, ກວດກາ, ຊຸກຍູ້ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຈັດຕັ້ງປະຕິບັດ ການຄຸ້ມຄອງຫຼັກສູດ ລະດັບຫຼັງປະລິນຍາຕີ;
ເຜີຍແຜ່ ແລະ ນຳສະເໜີນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບການສະໝັກຂໍຕຳແໜ່ງວິຊາການຄູສອນ;
ສະເໜີຄະນະນຳ ຄະນະອັກສອນສາດ ແຕ່ງຕັ້ງ, ຊັບຊ້ອນ, ຍ້ອງຍໍ, ປະຕິບັດວິໄນ ແລະ ຍົກຍ້າຍພະນັກງານພາຍໃນພະແນກ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ;
ປົກປ້ອງ, ຄຸ້ມຄອງລິຂະສິດດ້ານວິຊາການຂອງຄະນະອັກສອນສາດ ແລະ ມະຫາວິທະຍາໄລແຫ່ງຊາດ;
ນຳໃຊ້ງົບປະມານວັດຖຸ-ຊັບສິນ ແລະ ທຶນປະເພດຕ່າງໆ ຕາມການອະນຸມັດຂອງຄະນະບໍດີ;
ປະຕິບັດໂຄງການຊ່ວຍເຫຼືອ ແລະ ໂຄງການຮ່ວມມືຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ການສຶກສາຫຼັງປະລິນຍາຕີ ຕາມການອະນຸມັດຂອງຄະນະບໍດີ; ແລະ
ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຄະນະບໍດີ.
ຄ. ພາລະກິດ / ກິດຈະກຳ
ສະຫຼຸບ ແລະ ວາງແຜນວຽກປະຈຳເດືອນ, ຕິດຕາມ ແລະ ສັງລວມວຽກຕ່າງໆ ຂອງພະແນກຫຼັງປະລິນຍາຕີ ປະຈໍາເດືອນ;
ຕິດຕາມການຄຸ້ມຄອງການຮຽນ - ການສອນ ທຸກຫຼັກສູດລະດັບຫຼັງປະລິນຍາຕີ;
ຄິດໄລ່ຄ່າຊົ່ວໂມງສອນ, ຮ່າງໜັງສືສະເໜີເບີກຈ່າຍຄ່າຊົ່ວໂມງສອນ ແລະ ຕິດຕາມການອະນຸມັດເບີກຈ່າຍຄ່າຊົ່ວໂມງສອນໃຫ້ແກ່ຄູ-ອາຈານທີ່ສິດສອນໃນແຕ່ລະສາຂາ;
ກຳນົດນິຕິກຳຮັບຮອງການຄິດໄລ່ອັດຕາຄ່າບໍລິຫານ, ຄ່າຊົ່ວໂມງສອນ ແລະອື່ນໆ ໂດຍສົມທົບກັບພະແນກການເງິນ - ຊັບສິນ;
ສັງລວມບິນຄ່າໃຊ້ຈ່າຍຄ່າສຳເນົາເອກະສານ ທີ່ຮັບໃຊ້ການຮຽນ - ການສອນຂອງຄູ-ອາຈານໃນແຕ່ລະຫຼັກສູດ;
ກຳນົດແຜນການຮັບນັກສຶກສາປະຈໍາປີ, ການຮັບລົງທະບຽນນັກສຶກສາໄໝ່, ການລົງທະບຽນປະຈໍາພາກຮຽນ, ແລະ ການກະກຽມຂໍ້ມູນໃນການສະໝັກຂໍໃບປະກາສະນີຍະບັດ ແລະ ອື່ນໆ ຕາມປະຕິທິນການສຶກສາ;
ຕິດຕາມ ແລະ ຂຶ້້ນແຜນສະເໜີງົບປະມານຮັບໃຊ້ວຽກງານຕ່າງໆ ປະຈຳສົກຮຽນ ໂດຍສົມທົບຮ່ວມກັບພະແນກ ການເງິນ - ຊັບສິນ.
ຂຶ້້ນແຜນງົບປະມານຮັບໃຊ້ວຽກໂຄສະນາຫຼັກສູດ ເພື່ອຮັບສະໝັກນັກສຶກສາເຂົ້າມາຮຽນຕໍ່ ໃນລະດັບຫຼັງປະລິນຍາຕີ ໃນແຕ່ລະສົກຮຽນ;
ສະເໜີແຕ່ງຕັ້ງຄະນະຮັບຜິດຊອບປະເມີນຫຼັກສູດ, ດຳເນີນການປະເມີນຫຼັກສູດ ເພື່ອສະເໜີຮັບຮອງຫຼັກສູດຈາກຂັ້ນເທິງ;
ເກັບກຳສະຖິຕິນັກສຶກສາ ແລະ ຄູອາຈານ, ນັກວິຊາການ, ເອກະສານ ແລະ ປຶ້ມຕຳລາຮຽນ - ຕໍາລາສອນ ທີ່ໃຊ້ໃນຫຼັກສູດຫຼັງປະລິນຍາຕີ;
ລາຍງານການເຄື່ອນໄຫວຂອງໂຄງການຫຼັກສູດ ແລະ ການສິດສອນໃຫ້ຄະນະຮັບຜິດຊອບໂຄງການຫຼັກສູດ ຂອງ ຄອສ ແລະ ຫ້ອງການການສຶກສາຫຼັງປະລິນຍາຕີ ມຊ;
ເຜີຍແຜ່ຂໍ້ກຳນົດ ແລະລະບຽບກ່ຽວກັບການຈັດຕັ້ງການຮຽນ - ການສອນ ລະດັບຫຼັງປະລິນຍາຕີ;
ກວດກາການປະຕິບັດຫຼັກສູດ ແລະ ດັດແກ້ຂໍ້ກຳນົດຕາມກົດລະບຽບຂອງວຽກງານຫຼັງປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ;
ເກັບກຳສະຖິຕິຄູ, ອາຈານ ແລະ ຜູ້ທີ່ໄດ້ຮັບຕຳແໜ່ງວິຊາການ ໃນແຕ່ລະໄລຍະ;
ກະກຽມເອກະສານ ແລະ ກອງປະຊຸມຜູ້ຊົງຄຸນວຸດທິ ເພື່ອພິຈາລະນາການຂໍວິທະຍານາມມະຍົດຄູ;
ສະເໜີແຕ່ງຕັ້ງຄະນະກຳມະການພິຈາລະນາດ້ານຄຸນສົມບັດ ແລະ ດ້ານວິຊາການໃນການຂໍຕຳແໜ່ງວິຊາການຄູສອນ;
ຮ່າງໜັງສືຢັ້ງຢືນນັກສຶກສາ, ໜັງສືລາຍງານ, ໃບນໍາສົ່ງ, ໜັງສືສະເໜີຂໍລົບລ້າງລາຍຊື່, ໜັງສືຂໍຕໍ່ສະຖານະພາບນັກສຶກສາ ແລະ ເອກະສານອື່ນໆ ທຸກປະເພດ ທີ່ກ່ຽວຂ້ອງກັບວຽກງານການສຶກສາຫຼັງປະລິນຍາຕີ;
ສືບຕໍ່ປັບປຸງການບໍລິຫານ ຄຸ້ມຄອງວຽກງານ ກຫຼປຕ ໃຫ້ມີຄວາມເປັນເອກະພາບຄືກັບຄະນະອື່ນໆ;
ກຳນົດການຄິດໄລ່ອັດຕາຄ່າບໍລິຫານ, ຄ່າຊົ່ວໂມງສອນ ແລະ ອື່ນໆ ໂດຍສົມທົບກັບພະແນກການເງິນ - ຊັບສິນ;
ຈັດປະຖົມນິເທດ ແລະ ເຜີຍແຜ່ລະບຽບໃຫ້ແກ່ນັກສຶກສາປະລິນຍາໂທ;
ຮ່າງໜັງສືສະເໜີແຕ່ງຕັ້ງ, ຂໍ້ຕົກລົງຄະນະຮັບຜິດຊອບລວມ, ຄະນະກຳມະການ ແລະ ກອງເລຂາ ເພື່ອອຳນວຍຄວາມສະດວກ ໃນການຈັດຕັ້ງການປ້ອງກັນບົດຂອງນັກສຶກສາ ໃນແຕ່ລະສາຂາວິຊາ;
ຈັດກອງປະຊຸມ ແລະ ຝຶກອົບຮົມວິຊາການໃນຫົວຂໍ້ຕ່າງໆ ທີ່ເຫັນວ່າຈຳເປັນ ແລະ ກ່ຽວຂ້ອງ;
ລາຍງານຂໍ້ມູນນັກສຶກສາທີ່ສາມາດຈົບການສຶກສາໃນແຕ່ລະສົກຮຽນ;
ເກັບກໍາ ປຶ້ມວິທະຍານິພົນ ແລະ ຊີດີວິທະຍານິພົນຂອງນັກສຶກສາ ເພື່ອນຳສົ່ງ ມຊ ແລະ ຮັກສາໄວ້ໃນຫ້ອງສະໝຸດ ຄອສ;
ຕິດຕາມ, ກວດກາຂໍ້ມູນນັກສຶກສາ ກ່ອນການອອກບັດນັກສຶກສາຖາວອນໃຫ້ແກ່ນັກສຶກສາ;
ຕິດຕາມການຄ້າງຊຳລະຄ່າຮຽນຂອງນັກສຶກສາ;
ຕິດຕາມລາຍຊື່ນັກສຶກສາທີ່ຂໍຮັກສາສະຖານະພາບ ແລະ ຕໍ່ອາຍຸບັດນັກສຶກສາ;
ດັດແກ້ບັນຊີລາຍຊື່ນັກສຶກສາປະຈຳສົກຮຽນ (ກຳນົດເອົາເດືອນ ກັນຍາ ຂອງທຸກປີ);
ການເກັບກຳຂໍ້ມູນນັກສຶກສາ ປະລິນຍາໂທ ປີສຸດທ້າຍ ເພື່ອນຳສົ່ງກັບຄືນກົມກອງເດີມ;
ເກັບກຳຂໍ້ມູນລາຍຊື່ນັກສຶກສາ ທີ່ຂໍຮັກສາສະຖານະພາບນັກສຶກສາ ຫຼື ລາພັກ, ຕໍ່ໃບລາພັກ ແລະ ອື່ນໆ;
ເກັບກຳຕາຕະລາງຮຽນໃນແຕ່ລະຫຼັກສູດ ແລະ ນຳສົ່ງໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ;
ກະກຽມສ້າງແຜນຄູ່ມືຕິດຕາມ ແລະ ປະເມີນຫຼັກສູດ ກຫຼປຕ ຂັ້ນພື້້ນຖານ;
ຕິດຕາມ ແລະ ລາຍງານສະພາບການປະຕິບັດໂຄງການຫຼັກສູດໃຫ້ແກ່ຄະນະວິຊາ ແລະ ຫ້ອງການການສຶກສາຫຼັງປະລິນຍາຕີ ມຊ;
ຮ່າງໜັງສືສະເໜີ ເພື່ອເຊີນອາຈານມາສອນໃນແຕ່ລະຫຼັກສູດ ເພື່ອເກັບກຳຜົນງານ ແລະ ສະເໜີຍ້ອງຍໍ ໃຫ້ແກ່ອາຈານ ທີ່ມາສອນຊ່ວຍ ສະເໜີຂໍອະນຸມັດຈາກທ່ານ ອະທິການບໍດີ;
ກະກຽມແຈ້ງການ ແລະ ໂຄສະນາ ເພື່ອຮັບເອົານັກສຶກສາໃນແຕ່ລະສົກສຶກສາ ຕາມແຜນການຂອງໂຄງການຫຼັກສູດຂອງຄະນະວິຊາ;
ສົມທົບກັນກັບພາກວິຊາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກຳນົດແຜນການສອບເສັງ, ການປ້ອງກັນໂຄງຮ່າງວິທະຍານິພົນ, ສະເໜີຮັບຮອງຫົວຂໍ້, ແຕ່ງຕັ້ງຄະນະກຳມະການຊີ້ນຳ - ນຳພາຂຽນວິທະຍານິພົນ, ລາຍງານຜົນ;
ຈັດປະຖົມນິເທດໃຫ້ນັກສຶກສາຮັບຮູ້ກ່ຽວກັບຂໍ້ກຳນົດ ແລະ ລະບຽບການ ຂອງການສຶກສາໃນລະດັບຫຼັງປະລິນຍາຕີ ໃຫ້ແກ່ນັກສຶກສາໄໝ່ໃນແຕ່ລະສົກສຶກສາ;
ເກັບກຳຈຳນວນນັກສຶກສາ ແລະ ລາຍງານການມາລົງທະບຽນຮຽນຂອງນັກສຶກສາໃຫ້ຄະນະນໍາ ຄອສ ແລະ ມຊ;
ຈັດຕັ້ງກິດຈະກຳທາງດ້ານວັດທະນະທຳ - ສັງຄົມ ເຊັ່ນ: ອາທິດປະຖົມນິເທດ;
ຂຶ້ນແຜນງົບປະມານຮັບໃຊ້ກິດຈະກຳທາງດ້ານວິຊາການຕ່າງໆ ເຊັ່ນ: ການລົງພາກສະໜາມ ເພື່ອເກັບກຳຂໍ້ມູນ, ຂະບວນເຝິກຫັດລົງສອນຕົວຈິງ ແລະ ການປ້ອງກັນບົດວິທະຍານິພົນ;
ປະສານສົມທົບ ກັບຜູ້ຮັບຜິດຊອບໂຄງການຫຼັກສູດໃນການຊັບຊ້ອນຫ້ອງຮຽນ, ປະສານຫາຄູສອນ ແລະ ອອກຕາຕະລາງການຮຽນ - ການສອນຫຼັກສູດຕ່າງໆ;
ລາຍງານຄວາມຄືບໜ້າຜົນການຮຽນ, ການປ່ຽນສາຂາຮຽນ ແລະ ການຊຳລະຄ່າຮຽນ ຂອງນັກສຶກສາ ຕໍ່ຄະນະຮັບຜິດຊອບໂຄງການຫຼັກສູດຢ່າງເປັນປົກກະຕິ;
ກຳນົດຂອບເຂດໃນການປ້ອງກັນຫົວຂໍ້, ລາຍງານຄວາມຄືບໜ້າ ແລະ ປ້ອງກັນວິທະຍານິພົນ ພ້ອມທັງການສົ່ງປຶ້ມວິທະຍານິພົນ ໂດຍອີງໃສ່ປະຕິທິນການສຶກສາຂອງ ມຊ;
ຮ່າງໜັງສືສະເໜີຂໍອະນຸມັດແຕ່ງຕັ້ງຄະນະຮັບຜິດຊອບ, ສະເໜີແຕ່ງຕັ້ງອາຈານທີ່ປຶກສາຊີ້ນໍາການຂຽນບົດວິທະຍານິພົນຂອງນັກສຶກສາ ໃນລະດັບຫຼັງປະລິນຍາຕີ;
ຕິດຕາມການປະຕິບັດ ແລະ ຂັ້ນຕອນເບື້ອງຕົ້ນໃນການຂຽນບົດວິທະຍານິພົນ; ແລະ
ປະຕິບັດວຽກງານອື່ນໆ ຕາມການຊີ້ນໍາ ຂອງຄະນະນໍາຄະນະອັກສອນສາດ.
ໂຄງປະກອບການຈັດຕັ້ງຂອງພະແນກ
ແຜນວາດການຈັດຕັ້ງ ຂອງພະແນກການສຶກສາຫລັງປະລິນຍາຕີ
ກ. ໂຄງປະກອບກົງຈັກດ້ານບໍລິຫານ
ພະແນກການສຶກສາຫຼັງປະລິນຍາຕີມີກົງຈັກດ້ານບໍລິຫານປະກອບດ້ວຍ 6 ກຸ່ມວຽກ ດັ່ງນີ້:
ກຸ່ມວຽກ ຄຸ້ມຄອງຫຼັກສູດ ແລະ ວຸດທິບັດ
ກຸ່ມວຽກ ສະຖິຕິ ແລະ ປະເມີນຜົນ
ກຸ່ມວຽກ ຄຸ້ມຄອງວິທະຍານິພົນ
ກຸ່ມວຽກ ບໍລິການການສຶກສາ
ກຸ່ມວຽກ ປະກັນຄຸນນະພາບການສຶກສາ
ກຸ່ມວຽກ ຂໍຕຳແໜ່ງວິຊາການຄູ
ຂ. ໂຄງປະກອບບຸກຄະລາກອນ
ພະແນກການສຶກສາຫຼັງປະລິນຍາຕີ ມີບຸກຄະລາກອນໃນຕໍາແໜ່ງຕ່າງໆ ທັງໝົດ ຈຳນວນ 17 ຕໍາແໜ່ງ:
ຫົວໜ້າພະແນກ 01 ຕຳແໜ່ງ
ຮອງຫົວໜ້າພະແນກ 02 ຕຳແໜ່ງ
ກຸ່ມວຽກ 06 ກຸ່ມວຽກ
ພະນັກງານວິຊາການ 08 ຕຳແໜ່ງ