ຫຼັກສູດພາກວິຊາພາສາອັງກິດ


ເພື່ອບັນລຸເປົ້າໝາຍຍຸດທະສາດການພັດທະນາເສດຖະກິດສັງຄົມແຫ່ງຊາດ ເພື່ອສ້າງປະເທດຊາດໃຫ້ການເປັນປະເທດທີ່ຈະເລີນ ແລະ ທັນສະໄໝທຽບເທົ່າກັບພາກພື້ນ ແລະ ສາກົນ ຂະແໜງການສຶກສາ ຕ້ອງມີການກຽມພ້ອມໃນດ້ານ:

ສະນັ້ນ, ການສ້າງຫຼັກ​ສູດ​ປະລິນຍາຕີອັກສອນສາດ ສາ​ຂາ​ພາ​ສາ​ອັງ​ກິດ ຈຶ່ງ​ແນ​ໃສ່ ສ້າງບຸກຄະລະກອນໃຫ້ມີ ຄວາມຮູ້, ຄວາມສາມາດທາງດ້ານພາສາອັງກິດທີ່ພຽບພ້ອມໄປດ້ວຍ ຄຸນນະພາບ, ຄຸນນະທຳ, ຈະລິຍະທຳ ແລະ ຄຸນສົມບັດສິນທຳປະຕິວັດເພື່ອ

ຈຸດປະສົງຂອງຫຼັກສູດແມ່ນເພື່ອສ້າງນັກສຶກສາໃຫ້

ພາຍ​ຫຼັງ​ສຳ​ເລັດ​ຫຼັກ​ສູດ​ລະ​ດັບ​ປະ​ລິນ​ຍາ​ຕີ ​ອັກສອນສາດ ສາ​ຂາ​ພາ​ສາ​ອັງ​ກິດ​ ນັກ​ສຶກ​ສາ​ຈະ​​ສາ​ມາດ:

PLO1 ຈຳແນກໄ​ດ້ທິດ​ສະ​ດີ, ຫຼັກ​ການຂອງພາສາອັງກິດໃນ 4 ທັກສະ​, ການແປ,  ຄວາມ​ໝາຍ​ຂອງຄຳ​ສັບ ແລະ ​ສຳ​ນວນ ແລະ ຄຳ​ສັບ​ສະ​ເພາະ​ດ້ານ​ໃນພາ​ສາ​ອັງ​ກິດທີ່​​ໃຊ້​ຢູ່​ໃນ​ຫຼາກຫຼາຍ​ສະ​ຖານະ​​ການ​​ໄດ້ຢ່າງ​ຖືກ​ຕ້ອງ​.

PLO2 ສົມ​ທຽ​ບ​ໄດ້​ຄວາມ​ແຕກ​ຕ່າງ ທາງ​ດ້ານວັດ​ທະ​ນະ​ທຳ​ໃນການນຳ​ໃຊ້​ພາ​ສາ​ອັງ​ກິດ​ເຂົ້າການ​ສື່​ສານ​ໃນ​​ຮູບ​ແບບທີ່ເປັນທາງການ ແລະ ບໍ່ເປັນທາງການຢ່າງ​ມີ​ປະ​ສິດ​ຕິ​ພາບ.

PLO3 ​​ສະ​ແດງ​ຄວາມ​ສາ​ມາດ​ດ້ານ​ການ​ຄົ້ນ​ຄິດ​ແບບ​ໃຊ້ວິຈາລະນະຍານ, ການ​ແກ້​ໄຂ​ບັນ​ຫາ​, ການເຈລະຈາຕໍ່ລອງ, ການລະດົມແນວຄວາມຄິດ, ການ​ວາງ​ແຜນ, ການສະແດງຄຳຄິດເຫັນດ້ານວິຊາການ, ການ​ຄົ້ນ​ຄວ້າວິ​ທະ​ຍາ​ສາດ, ການ​ຊອກ​ຫາ​ຂໍ້​ມູນ, ​​ ການນຳ​ສະ​ເໜີ ແລະ ການຖາມ-​ຕອບ ຢ່າງ​ມີ​ປະ​ສິດ​ທິ​ພາບ.

PLO4 ໝູນ​ໃຊ້ ເຕັກໂນ​ໂລ​ຊີ​ເຂົ້າ​ໃນການຊອກຫາແຫຼ່ງຂໍ້ມູນ ແລະ ການ​ຄົ້ນ​ຄວ້າ​ວິທະຍາສາດຕ່າງໆໄດ້​​ຢ່າງ​ເໝາະ​ສົມ​.

PLO5 ​​ນຳ​ໃຊ້ທິດ​ສະ​ດີ, ຫຼັກ​ການຂອງພາສາອັງກິດໃນ 4 ທັກສະ, ຄຳ​ສັບ ແລະ ​ສຳ​ນວນ​ ແລະ ຄຳ​ສັບສະ​ເພາະ​ດ້ານ ຂອງ​ພາ​ສາ​ອັງ​ກິດເຂົ້າ​ໃນ​ການ​ສື່​ສານ​ໃນ​​​ຮູບ​ແບບທີ່ເປັນທາງການ ແລະ ບໍ່ເປັນທາງການໄດ້ຢ່າງ​ຄ່ອງແຄ້ວ.

 PLO6 ​ດັດປັບຄວາມຮູ້ທາງດ້ານ​ພາ​ສາ​ອັງ​ກິດ ​ແລະ ວັດ​ທະ​ນະ​ທຳ​ເຂົ້າໃນການ​ສື່​ສານ, ການ​ແປ (ແປປາກ​ເປົ່າ ແປ​ເອ​ກະ​ສານ)​ໃນຫຼາກຫຼາຍ​ສະ​ຖາ​ນະ​ການ​ໄດ້​ຢ່າງ​​ມີ​ປະ​ສິດ​ທິ​ພາບ.

PLO7 ດຳ​ເນີນການຮຽນຮູ້ຕະຫຼອດຊິວິດ, ການເຮັດ​ວຽກ​ເປັນ​ກຸ່ມ, ການຖ່າຍທອດຄວາມຮູ້ໃຫ້ແກ່ເພື່ອນຮ່ວມງານ ແລະ ສັງຄົມໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ. 

PLO8 ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຢ່າງ​ມີ​ຈັນ​ຍາ​ບັນ ຈັນ​ຍາ​ທຳ, ມີພາວະການ​ເປັນ​ຜູ້​ນຳ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ.