ຊື່ຫຼັກສູດ
● ຊື່ພາສາລາວ: ປະລິນຍາຕີອັກສອນສາດສາຂາພາສາເກົາຫລີ
● ຊື່ພາສາອັງກິດ: Bachelor Programme of Art in Korean Language
ປັດຊະຍາ
ສ້າງບັນດິດຜູ້ມີຄວາມສາມາດນໍາໃຊ້ທັກສະທາງພາສາເກົາຫລີເພື່ອປະກອບອາຊີບ, ຄົບຄ້າສະມາຄົມ,ຍົກລະດັບຄວາມຮູ້ ແລະຄົ້ນຄວ້າວິທະຍາສາດໄດ້ຢ່າງແນ່ນອນ.
ຈຸດປະສົງຫຼັກສູດ
ສ້າງບັນດິດສາມາດເວົ້າ, ຂຽນ, ອ່ານ, ຟັງ ແລະແລກປ່ຽນປະສົບການດ້ວຍພາສາເກົາຫລີໄດ້.
ສ້າງບັນດິດສາມາດສື່ສານ, ຕິດຕໍ່ພົວພັນດ້ວຍພາສາເກົາຫລີກັບສາກົນທີ່ຮູ້ ແລະເຂົ້າໃຈພາສາເກົາຫລີ.
ສ້າງບັນດິດສາມາດແປພາສາລາວ-ເກົາຫລີ-ລາວໄດ້ຕາມຄວາມຕ້ອງການຂອງສັງຄົມ.
ສ້າງບັນດິດໃຫ້ເປັນຜູ້ມີແນວຄິດສ້າງສັນ, ພຶດຕິກໍາດີ, ມີວິໄນ, ມີຄວາມສາມັກຄີ, ມີຄຸນສົມບັດ.
ສ້າງບັນດິດໃຫ້ຮັກອາຊີບ, ຮັກອົງກອນ, ຮັກຊາດຂອງຕົນ.
ຜົນການຮຽນຮູ້ (PLO)
ພາຍຫລັງຮຽນຈົບຫລັກສູດສາຂາພາສາເກົາຫລີແລ້ວ ນັກສຶກສາຈະມີິິຄວາມສາມາດ:
ດ້ານຄວາມຮູ້:
PLO1: ຈຳແນກໄດ້ທິດສະດີ, ຫລັກການຂອງພາສາເກົາຫລີໃນ 4 ທັກສະ, ການແປ, ຄວາມຫມາຍຂອງສຳນວນຄຳສັບແລະ ຄຳສັບສະເພາະດ້ານໃນພາສາເກົາຫລີທີ່ໃຊ້ຢູ່ໃນຫລາກຫລາຍສະຖານະການໄດ້ຢ່າງຖືກຕ້ອງ.
PLO2: ສົມທຽບໄດ້ຄວາມຄືກັນ ແລະ ຕ່າງກັນທາງດ້ານພາສາ-ວັດທະນະທໍາລາວ ກັບພາສາ-ວັດທະນະທໍາເກົາຫລີ.
ດ້ານທັກສະ:
PLO3: ຄົ້ນຄິດເພື່ອແກ້ໄຂບັນຫາຕ່າງໆຢ່າງເປັນລະບົບ ແລະມີເຫດມີຜົນໃນການປະຕິບັດຫນ້າາທີ່ວຽກງານທີ່ກ່ຽວຂ້ອງ.
PLO4: ໝູນໃຊ້ເຕັກໂນໂລຊີເຂົ້າໃນການຄົ້ນຫາຂໍ້ມູນຕ່າງໆເປັນພາສາເກົາຫລີ ແລະ ສະແຫວງຫາຄວາມຮູ້ໃຫມ່ໆເພື່ອການພັດທະນາຕົນເອງ, ອົງກອນຢ່າງຕໍ່ເນື່ອງ ແລະ ສ້າງສັນ.
ດ້ານການນຳໃຊ້
PLO5: ນຳໃຊ້ທິດສະດີ, ຫລັກການຂອງພາສາເກົາຫລີໃນ 4 ທັກສະ, ການແປ, ຄວາມຫມາຍຂອງສຳນວນ, ຄຳສັບແລະ ຄຳສັບສະເພາະດ້ານຂອງພາສາເກົາຫລີເຂົ້າໃນການສື່ສານກັບຄົນເກົາຫລີ ຫລື ຄົນຕ່າງປະເທດທີ່ນຳໃຊ້ພາສາເກົາຫລີເຂົ້າໃນພົວພັນວຽກງານ, ການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ ແລະ ວັດທະນະທຳ.
PLO6: ດັດປັບຄວາມຮູ້ດ້ານສັງຄົມ ແລະວັດທະນະທຳເພື່ອປະກອບອາຊີບທີ່ ເໝາະສົມຕາມຄວາມເປັນຈິງຂອງໜ້າວຽກ.
PLO7: ດຳເນີນການບໍລິການແປເອກະສານ, ແປການສົນທະນາ ແລະ ການນຳສະເຫນີຂໍ້ມູນຂ່າວສານຕ່າງໆໃນວຽກງານທີ່ນຳໃຊ້ພາສາເກົາຫລີໄດ້ຢ່າງມີປະສິດທິພາບ.
ດ້ານທັກສະທາງສັງຄົມ:
PLO8: ຖ່າຍທອດຄວາມຮູ້ທາງດ້ານພາສາເກົາຫລີຢ່າງມີຈັນຍາບັນ ແລະ ມີຈັນຍາທຳພ້ອມທັງມີຄວາມຮັບຜິດຊອບສູງຕໍ່ວຽກງານ.