ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາຕີ ອັກສອນສາດ ສາຂາ ພາສາຫວຽດ
ພາສາອັງກິດ: Bachelor of Letters Programme in Vietnamese Language
ປັດຊະຍາ
ເພຶ່ອຕອບສະໜອງຄວາມຕ້ອງການໃນການຮ່ວມມືລະຫວ່າງສອງຊາດລາວ - ຫວຽດນາມ, ພ້ອມທັງຕອບ ສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດສັງຄົມ ຕ້ອງມີຄວາມຈໍາເປັນເປີດການຮຽນ - ການສອນກ່ຽວກັບພາສາ, ວັດທະນະທໍາ - ສັງຄົມຫວຽດນາມ. ທັງນີ້ກໍເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ມີຄຸນສົມບັດສິນທໍາປະຕິວັດ ຕໍ່ສາຍພົວພັນແບບພິເສດ ລາວ - ຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຮ່ວມມືລະຫວ່າງສອງປະເທດ ພ້ອມທັງ ສາມາດເຊື່ອມໂຍງສາຍພົວພັນກັບບັນດາປະເທດອື່ນໆໃນໂລກ.
ຈຸດປະສົງຫຼັກສູດ
ສ້າງນັກສຶກສາໃຫ້ມີຄວາມສາມາດນໍາໃຊ້ພາສາຫວຽດໃນ 4 ທັກສະ (ຟັງ, ເວົ້າ, ອ່ານ ແລະ ຂຽນ) ແລະ ພາສາຫວຽດລົງເລິກຂະແໜງໃດໜຶ່ງ.
ສ້າງນັກສຶກສາໃຫ້ສາມາດຮ່າງເອກະສານ, ແປເອກະສານຈາກພາສາລາວເປັນພາສາຫວຽດ,ຈາກພາສາ ຫວຽດ ເປັນພາສາລາວໄດ້ຢ່າງຖືກຕ້ອງ.
ມີຄວາມເຂົ້າໃຈສະພາບເສດຖະກິດ, ວັດທະນະທໍາ - ສັງຄົມ, ວັນນະຄະດີ, ການທ່ອງທ່ຽວຫວຽດນາມ ເລິກເຊິ່ງສົມຄວນ.
ສ້າງນັກສຶກສາໃຫ້ເປັນພົນລະເມືອງດີຂອງຊາດ, ຈົງຮັກພັກດີຕໍ່ພັກ - ລັດ ແລະ ຕໍ່ຄວາມສາມັກຄີແບບພິ ເສດລະຫວ່າງ ລາວ - ຫວຽດນາມ.
ສ້າງບຸກຄະລາກອນໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ຜົນການຮຽນຮູ້ (PLO)
ພາຍຫຼັງສໍາເລັດການສຶກສາ ໃນຫຼັກສູດປະລິນຍາຕີ ອັກສອນສາດ ສາຂາວິຊາພາສາຫວຽດ ແລ້ວນັກສຶກສາຈະ ສາມາດ:
ດ້ານຄວາມຮູ້:
PLO1 ຈໍາແນກທິດສະດີ, ຫຼັກການໄວຍາກອນ, ຄວາມຄື ແລະ ຄວາມຕ່າງຂອງຫຼັກການນໍາໃຊ້ 4 ທັກສະ (ອ່ານ, ຟັງ, ເວົ້າ, ຂຽນ) ຂອງພາສາຫວຽດ ແລະ ພາສາລາວໃນແຕ່ລະຂົງເຂດ.
PLO2 ອະທິບາຍພາສາຫວຽດໃນຫຼາຍຂົງເຂດທາງດ້ານສິນລະປະ-ວັດທະນະທຳ, ການເມືອງ, ເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ການພົວພັນຕ່າງປະເທດ.
ດ້ານທັກສະ:
PLO3 ໝູນໃຊ້ເທັກໂນໂລຊີ ເຂົ້າໃນການຊອກຫາແຫຼ່ງຂໍ້ມູນ ເພື່ອຮັບໃຊ້ໃຫ້ແກ່ການສຶກສາຄົ້ນຄວ້າ ໃນແຕ່ ລະຂົງເຂດທີ່ກ່ຽວຂ້ອງ.
PLO4 ສະແດງຄວາມຄິດເຫັນທີ່ມີຄວາມຄິດສ້າງສັນ, ການສື່ສານ 4 ທັກສະຢ່າງມີພິບໄຫວ, ມີຄວາມກ້າ ຫານໃນການສະແດງອອກ, ມີທັກສະໃນການນຳສະເໜີໄດ້ຢ່າງຖືກຕ້ອງ, ຄ່ອງແຄ້ວ ແລະ ມີປະສິດທິຜົນ.
ດ້ານຄວາມສາມາດໃນການນໍາໃຊ້:
PLO5 ນໍາໃຊ້ທິດສະດີ, ຫຼັກການໄວຍາກອນ, 4 ທັກສະ (ຄວາມຮູ້ດ້ານການຂຽນ, ການອ່ານ, ການເວົ້າ, ການຟັງ) ພາສາຫວຽດເຂົ້າໃນການສິດສອນ, ການແປ, ການເຈລະຈາ, ການນຳສະເໜີ, ການຄົບຄ້າສະມາຄົມ ຫຼື ພົບປະພົວພັນຕ່າງໆກັບທຸກສື່ທີ່ນໍາໃຊ້ພາສາຫວຽດ ໃນອົງກອນ ແລະ ການດໍາເນີນຊີວິດຢູ່ໃນສັງຄົມ.
PLO6 ດໍາເນີນການຮຽບຮຽງ ຫຼື ຂຽນບົດ, ຮ່າງເອກະສານຕ່າງໆທັງພາສາລາວ ແລະ ພາສາຫວຽດ ທີ່ເປັນທາງການ ແລະ ເອກະສານທົ່ວໄປ.
PLO7 ຂຽນບົດຄວາມເປັນພາສາຫວຽດລົງໃນສື່ສິ່ງພິມ ແລະ ສື່ເອເລັກໂຕນິກ ໄດ້ຢ່າງຖືກຕ້ອງຕາມຫຼັກການ ພາສາທາງການຂອງຊາດ.
ດ້ານຄວາມສາມາດທາງສັງຄົມ:
PLO8 ປະຕິບັດວຽກງານຢ່າງມີຈັນຍາທໍາ, ຈັນຍາບັນ, ມີຄວາມຮັບຜິດຊອບສູງຕໍ່ດ້ານວິຊາຊີບ.
PLO9 ສະແດງອອກເຖິງການຄວາມສາມາດໃນການຕອບໂຕ້ຄວາມຄິດເຫັນຕໍ່ໜ້າມວນຊົນ, ມີຄວາມສາມາດ ສື່ສານພົວພັນ ແລະ ຖ່າຍທອດຄວາມຮູ້ໃຫ້ໝູ່ເພື່ອນຮ່ວມງານ.