ຊື່ຫຼັກສູດ
ພາສາລາວ: ຫຼັກສູດປະລິນຍາຕີອັກສອນສາດສາຂາວິຊາພາສາ-ວັດທະນະທໍາລາວ
ພາສາອັງກິດ: Bachelor of Letters Programme in Lao Language and Culture (BLL)
ປັດຊະຍາ
ສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດດ້ານພາສາ, ວັນນະຄະດີ ແລະວັດທະນະທໍາລາວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມ. ນັກສຶກສາທີ່ຮຽນຈົບຫຼັກສູດນີ້ ໃຫ້ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດ, ນໍ້າໃຈຮັກຊາດ, ຄວາມເສຍສະລະ, ຄວາມຮູ້ຄວາມສາມາດໃນການຄົ້ນຄິດ, ເລືອກເຟັ້ນເອົາຄວາມຮູ້ ແລະ ທັກສະໄປປະຍຸກໃຊ້ໄດ້ຢ່າງເໝາະສົມ.
ຈຸດປະສົງຫຼັກສູດ
- ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມເຂົ້າໃຈຢ່າງເລິກເຊິ່ງດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາລາວ ທັງສາມາດນຳໄປປະກອບອາຊີບຢູ່ພາຍໃນ ແລະ ຕ່າງປະເທດໄດ້ດີ.
- ສ້າງນັກສຶກສາໃຫ້ມີຄວາມຮູ້ຄວາມເຂົ້າໃຈດ້ານທິດສະດີພາສາ ແລະ ຫຼັກພາສາລາວ ເພື່ອນໍາໃຊ້ເຂົ້າໃນການຂີດຂຽນ, ບັນນາທິການ ແລະ ການສຶກສາຄົ້ນຄວ້າ.
- ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານທິດສະດີວັນນະຄະດີ, ສາມາດຕີລາຄາ, ວິເຄາະ, ວິຈານວັນນະຄະດີລາວໄດ້ ແລະ ຮູ້ຊົມໃຊ້ຄຸນຄ່າວັນນະຄະດີເຂົ້າໃນຊີວິດຕົວຈິງຢ່າງສອດຄ່ອງເໝາະສົມກັບຍຸກສະໄໝ.
- ສ້າງນັກສຶກສາໃຫ້ມີຄວາມຮູ້ດ້ານວັດທະນະທໍາລາວ ເຊັ່ນ ຄວາມເຊື່ອ, ຮີດຄອງປະເພນີ, ພິທີກໍາໃນວິຖີຊີວິດ, ກິລິຍາມາລະຍາດ, ການນຸ່ງຖື, ການທໍາມາຫາກິນ, ປູຊະນີຍະສະຖານ, ສິລະປະດົນຕີ ແລະ ບາງວັດທະນະທໍາອາຊຽນທີ່ພົ້ນເດັ່ນ.
- ສ້າງນັກສຶກສາໃຫ້ມີທັດສະນະຄະຕິອັນດີງາມໃນການປົກປັກຮັກສາ, ພັດທະນາພູມປັນຍາດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າທັນສະໄໝ.
- ສ້າງນັກສຶກສາໃຫ້ໄດ້ຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາແຫ່ງຊາດ.
ຜົນການຮຽນຮູ້ (PLO)
ພາຍຫຼັງສໍາເລັດການສຶກສາໃນຫຼັກສູດສາຂາວິຊານີ້ແລ້ວ ນັກສຶກສາຈະສາມາດ:
ດ້ານຄວາມຮູ້:
- PLO1 ອະທິບາຍທິດສະດີ, ຫຼັກພາສາ, ວັນນະຄະດີ ແລະ ວັດທະນະທໍາລາວໄດ້ຢ່າງເລິກເຊິ່ງ.
- PLO2 ຈໍາແນກທິດສະດີ, ຫຼັກການໃນການວິເຄາະບັນຫາດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາລາວທີ່ຕິດພັນກັບການປະກອບອາຊີບໃນວຽກງານພາສາ, ວັນນະຄະດີ, ວັດທະນະທໍາລາວ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ.
ດ້ານທັກສະ:
- PLO3 ປະຕິບັດວຽກງານໄດ້ຢ່າງຊໍານານ, ມີທັກສະໃນການໄຈ້ແຍກຂໍ້ມູນຢ່າງລະອຽດ ແລະ ພິບໄຫວໃນການນໍາສະເໜີ.
- PLO4 ສະແດງການມີຄວາມຄິດສ້າງສັນໃນການຄົ້ນຄິດ, ປະເມີນໄຈ້ແຍກ, ແກ້ໄຂບັນຫາ ແລະ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຕ່າງໆ.
ດ້ານການນໍາໃຊ້:
- PLO5 ນໍາໃຊ້ທິດສະດີ ແລະ ຫຼັກການໃນການວິເຄາະພາສາ, ວັນນະຄະດີ ແລະ ວັດທະນະທໍາລາວແບບ ມືອາຊີບເຂົ້າໃນການປະຕິບັດວຽກງານຕົວຈິງຢ່າງຖືກຕ້ອງ.
- PLO6 ໝູນໃຊ້ຄວາມຮູ້ທາງດ້ານວິຊາການ ເພື່ອຄຸ້ມຄອງວຽກງານດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາຂອງສັງຄົມທັງພາຍໃນ ແລະ ສາກົນ.
- PLO7 ປະເມີນການວາງແຜນນໍາໃຊ້ພາສາ, ວັນນະຄະດີ ແລະ ວັດທະນະທໍາລາວ, ການຕັດສິນໃຈໃນການປະຕິບັດວຽກງານຕົວຈິງໃຫ້ສອດຄ່ອງກັບການປ່ຽນແປງຂອງເສດຖະກິດສັງຄົມທັງພາຍໃນ ແລະ ສາກົນ.
ດ້ານທັກສະທາງສັງຄົມ:
- PLO8 ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຈັນຍາບັນ, ຈັນຍາທໍາຕໍ່ອາຊີບ; ມີພາວະຄວາມເປັນຜູ້ນໍາ, ມີຄວາມສາມາດໃນການສື່ສານ, ສະແດງຄວາມຄິດເຫັນດ້ານວິຊາການ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ສັງຄົມ.
- PLO9 ດໍາເນີນການຮຽນຮູ້ຕະຫຼອດຊີວິດ, ເຮັດວຽກເປັນໝູ່ຄະນະ, ໃຫ້ຄໍາປຶກສາດ້ານພາສາ, ວັນນະຄະດີ ແລະ ວັດທະນະທໍາລາວແກ່ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ.